ບົດລາຍງານຂອງນະຄອນໄດ້ສະແດງໃຫ້ເຫັນວ່າ ບັນດາຕົວເລກເສດຖະກິດ-ສັງຄົມໃນ 8 ເດືອນ ທີ່ຜ່ານມາ ລ້ວນແຕ່ບັນລຸໄດ້ລະດັບສູງ ເມື່ອທຽບກັບ ມາດຖານລວມ ທົ່ວປະເທດ. GRDP 6 ເດືອນ ຕົ້ນປີ ເພີ່ມຂຶ້ນ 11,2 % ເມື່ອທຽບກັບໄລຍະດຽວກັນ. ດັດຊະນີການຜະລິດອຸດສາຫະກຳ (IIP) 8 ເດືອນ ເພີ່ມຂຶ້ນ 11,51 %. ຍອດວົງເງິນສົ່ງອອກ ບັນລຸໄດ້ 31,8 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 6,25 %
ກ່ຽວກັບທິດທາງພັດທະນາໃນໄລຍະຈະມາເຖິງ, ທ່ານຮອງນາຍົກ ຮຽກຮ້ອງໃຫ້ນະຄອນຕ້ອງພັດທະນາຕິດພັນກັບບັນດາເສົາຄໍ້າຫຼັກ, ເຊັ່ນ: ອຸດສາຫະກຳທ່າກຳປັ່ນທະເລ, ການຂົນສົ່ງ, ທາງນ້ຳພາຍໃນປະເທດ; ຍູ້ແຮງການພັດທະນາອຸດສາຫະກຳປຸງແຕ່ງ, ປະດິດ, ພະລັງງານທົດແທນ, ກະສິກຳເຕັກໂນໂລຊີສູງ, ເສດຖະກິດທາງທະເລ; ພັດທະນາການບໍລິການ, ການຄ້າ, ການທ່ອງທ່ຽວ, ການຫັນເປັນດິຈິຕອນ, ນະວັດຕະກຳ.