• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ້ງເຫ້ວ ຕ້ອນຮັບການນຳບໍລິສັດພະລັງງານອາເມລິກາ

ວັນທີ 9 ກັນຍາ, ທີ່ສຳນັກງານລັດຖະບານ, ທ່ານເວືອງດິ້ງເຫ້ວຮອງນາຍົກລັດຖະມົນຕີຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານ Scott Kicker ຜູ້ອຳນວຍການໃຫ່ຍ, ຝ່າຍບໍລິຫານບໍລິສັດພະລັງງານ Gen X Energy (ອາເມລິກາ).

ທ່ານເວືອງດິ້ງເຫ້ວຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Scott Kicker ຜູ້ອຳນວຍການໃຫ່ຍ, ຝ່າຍບໍລິຫານບໍລິສັດພະລັງງານ Gen X Energy (ພາບ: TTXVN)

  ໃນໄລຍະເວລາຢູ່ຫວຽດນາມ, ການນຳ ບໍລິສັດພະລັງງານ Gen X Energy ໄດ້ເຮັດວຽກຮ່ວມກັບການນຳແຂວງບ່າເຣ້ຍ-ວຸງເຕົ່າ, ເພື່ອຂຶ້ນແຜນການລົງທຶນໂຄງການກຸ່ມປະສົມອາຍແກ໊ສແຫຼວ LNG ແລະສາງບັນຈຸອາຍແກ໊ສແຫຼວ LNG, ລະບົບນຳສົ່ງອາຍແກ໊ສ… ໃນບໍລິເວນເຂດແຂວງ. ນອກຈາກນັ້ນແລ້ວ, ບໍລິສັດ Gen X Energy ກໍ່ຍັງມີແຜນການລົງທຶນໂຄງການໂຮງງານພະລັງງານອາຍແກ໊ສຢູ່ຫວຽດນາມ.

        ໂດຍສະແດງຄວາມຊົມເຊີຍບໍລິສັດ Gen X Energy, ທ່ານຮອງນາຍົກລັດຖະມົນຕີຫວຽດນາມເວືອງດິ້ງເຫ້ວຢັ້ງຢືນວ່າ: ໂຄງການດັ່ງກ່າວຈະປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນຮ່ວມມືການລົງທຶນ, ການຄ້າລະຫວ່າງຫວຽດນາມແລະອາເມລິກາ, ໃນນັ້ນການຮ່ວມມືດ້ານພະລັງງານກໍ່ເປັນຂົງເຂດທີ່ສຳຄັນ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມໄດ້ເນັ້ນໜັກວ່າ: ເລື່ອງບໍລິສັດ Gen X Energy ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ, ເປັນມິດກັບສິ່ງແວດລ້ອມແມ່ນສອດຄອ່ງກັບແຜນນະໂຍບາຍດຶງດູດແລະການຮ່ວມມືໃນຂົງເຂດການລົງທຶນຕ່າງປະເທດຂອງຫວຽດນາມ.

        ສ່ວນທ່ານ Scott Kicker, ຜູ້ອຳນວຍການໃຫ່ຍ, ຝ່າຍບໍລິຫານ ບໍລິສັດພະລັງງານ Gen X Energy, ມີຄວາມປາດຖະໜາຢາກໃຫ້ລັດຖະບານຫວຽດນາມ, ບັນດາກະຊວງ, ຂະແໜງການພິຈາລະນາເອົາໂຄງການດັ່ງກ່າວເຂົ້າໃນແຜນຜັງລວມໄຟຟ້າ, ແນະນຳບໍລິສັດ ແລະ ທຸກຝ່າຍທີ່ກ່ຽວຂ້ອງຈັດຕັ້ງຜັນຂະຫຍາຍການລົງທຶນໂຄງການ, ປະກອບສ່ວນເພີ່ມທະວີສາຍພົວພັນຮ່ວມມືສອງຝ່າຍລະຫວ່າງຫວຽດນາມ ແລະ ອາເມລິກາ.

(ແຫຼ່ງຄັດຈາກ VOV)

ນະຄອນ ດ້ຽນບຽນຝູ ໄດ້ຮັບການປະດັບປະດາດ້ວຍທຸງ, ດອກໄມ້ ເພື່ອຕ້ອນຮັບວັນບຸນໃຫຍ່

ນະຄອນ ດ້ຽນບຽນຝູ ໄດ້ຮັບການປະດັບປະດາດ້ວຍທຸງ, ດອກໄມ້ ເພື່ອຕ້ອນຮັບວັນບຸນໃຫຍ່

ໃນຊຸມມື້ນີ້, ໃນທົ່ວຖະໜົນຫົນທາງ ສາຍສຳຄັນຂອງ ນະຄອນ ດ້ຽນບຽນຝູ ເຊັ່ນ: ຖະໜົນ ຫວໍງວຽນຢາບ, ຖະໜົນ 7-5, ຖະໜົນ ເຈິ່ນການ, ຖະໜົນ ເຈື່ອງຈິງ, ຖະໜົນ ຟ້າມວັນດົ່ງ ແລະ ຢູ່ຕາມບັນດາສະຖານທີ່ ປະຫວັດສາດ ທີ່ມີຊື່ສຽງ ຢູ່ໃສກໍ່ໄດ້ຮັບການປະດັບປະດາດ້ວຍມີທຸງ, ດອກໄມ້, ປ້າຍໂຄສະນາ, ປ້າຍຄຳຂວັນ ເພື່ອ ຂ່ຳນັບຮັບຕ້ອນ ເຫດການ ສະເຫຼີມສະຫຼອງ 70 ປີ ແຫ່ງວັນໄຊຊະນະ ດ້ຽນບຽນຝູ ທີ່ “ສະໜັ່ນຟ້າ, ສະເທືອນດິນ”.

Top