• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເລມິນຄ໋າຍ ຕ້ອນຮັບຜູ້ອຳນວຍໃຫຍ່ການກຸ່ມບໍລິສັດ ANZ

ສ່ວນຜູ້ອຳນວຍການໃຫຍ່ ບໍລິສັດ ANZ ຢັ້ງຢືນວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດສຳຄັນຂອງ ANZ ດ້ວຍຄວາມສາມາດບົ່ມຊ້ອນພັດທະນາອັນໃຫຍ່ຫຼວງ; ທ່ານໄດ້ເນັ້ນໜັກເຖິງຄວາມປາດຖະໜາຢາກປະກອບສ່ວນແທດຈິງເຂົ້າໃນວິວັດການຫັນເປັນສີຂຽວ ແລະ ພັດທະນາສີຂຽວແບບຍືນຍົງຂອງ ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ ເລມິນຄ໋າຍ ຕ້ອນຮັບຜູ້ອຳນວຍໃຫຍ່ການກຸ່ມບໍລິສັດ ANZ

ຕອນບ່າຍວັນທີ 29 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໋າຍ ໄດ້ຕ້ອນຮັບທ່ານ Shayne Elliott, ຜູ້ອຳນວຍການກຸ່ມບໍລິສັດ ANZ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໋າຍ ເຊື່ອໝັ້ນວ່າ: ທະນາຄານ ANZ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພັດທະນາຂອງຂົງເຂດທະນາຄານເວົ້າສະເພາະ ແລະ ພາລະກິດແຫ່ງການພັດທະນາເສດຖະກິດ - ສັງຄົມຢູ່ ຫວຽດນາມ ເວົ້າລວມ; ທ່ານສະເໜີໃຫ້ ANZ ເອົາໃຈໃສ່ສະໜັບສະໜູນ, ຜັນຂະຫຍາຍບັນດາການເຄື່ອນໄຫວລົງທຶນຕາມຖະແຫຼງການຮ່ວມຂອງການນຳ 2 ຝ່າຍ, ຜ່ານນັ້ນກໍ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດອັນດີງາມລະຫວ່າງ ຫວຽດນາມ ກັບ ອົດສະຕາລີ ແລະ ນິວຊີແລນ.     

ສ່ວນຜູ້ອຳນວຍການໃຫຍ່ ບໍລິສັດ ANZ ຢັ້ງຢືນວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດສຳຄັນຂອງ ANZ ດ້ວຍຄວາມສາມາດບົ່ມຊ້ອນພັດທະນາອັນໃຫຍ່ຫຼວງ; ທ່ານໄດ້ເນັ້ນໜັກເຖິງຄວາມປາດຖະໜາຢາກປະກອບສ່ວນແທດຈິງເຂົ້າໃນວິວັດການຫັນເປັນສີຂຽວ ແລະ ພັດທະນາສີຂຽວແບບຍືນຍົງຂອງ ຫວຽດນາມ. ພ້ອມນັ້ນ, ANZ ກໍ່ພ້ອມທີ່ຈະການໜູນຊ່ວຍບັນດາວິສາຫະກິດໃຫຍ່ຂອງ ຫວຽດນາມ ພິຊິດຕະຫຼາດໂລກ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top