• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມພິທີເຊີດຊູວິສາຫະກິດການທ່ອງທ່ຽວແຖວໜ້າຂອງຫວຽດນາມ

      ຜ່ານໄລຍະທາງ 58 ປີ ແຫ່່ງການສ້າງຕັ້ງ ແລະ ເຕີບໃຫຍ່,ຖານະບົດບາດຂອງຂະແໜງການທ່ອງທ່ຽວຂອງຫວຽດນາມ ນັບມື້ນັບໄດ້ຮັບການຢັ້ງຢືນ.
 

ຜ່ານໄລຍະທາງ 58 ປີ ແຫ່່ງການສ້າງຕັ້ງ ແລະ ເຕີບໃຫຍ່,ຖານະບົດບາດຂອງຂະແໜງການທ່ອງທ່ຽວຂອງຫວຽດນາມ
ນັບມື້ນັບໄດ້ຮັບການຢັ້ງຢືນ.
 (ພາບ:laodong.vn)
       ຕອນຄໍ່າວັນທີ 9 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ເຂົ້າຮ່ວມພິທີເຊີດຊູວິສາຫະກິດການທ່ອງທ່ຽວແຖວໜ້າຂອງຫວຽດນາມ ແລະ ມອບລາງວັນ ທ່ອງທ່ຽວຫວຽດນາມ ປິ 2018, ເນື່ອງໃນໂອກາດ ສະເຫຼີມສະຫຼອງ 58 ປີ ແຫ່ງວັນສ້າງຕັ້ງຂະແໜງການທ່ອງທ່ຽວຫວຽດນາມ (9/7/1960 – 9/7/2018). ຜ່ານໄລຍະທາງ 58 ປີ ແຫ່່ງການສ້າງຕັ້ງ ແລະ ເຕີບໃຫຍ່,ຖານະບົດບາດຂອງຂະແໜງການທ່ອງທ່ຽວຂອງຫວຽດນາມ ນັບມື້ນັບໄດ້ຮັບການຢັ້ງຢືນ. ໃນ 03  ປີ ມໍ່ໆມານີ້, ຂະແໜງການທ່ອງທ່ຽວບັນລຸໄດ້ລະດັບເຕີບໂຕເຖິງ 30% ເຊິ່ງສະແດງໃຫ້ເຫັນບົດບາດຂອງການປະກອບສ່ວນນັບມື້ນັບມີປະສິດທິຜົນເຂົ້າໃນການເຕີບໂຕ GDP ຂອງທັງປະເທດ. ສໍາລັບປີ 2018, ຂະແໜງການທ່ອງທ່ຽວຂອງຫວຽດນາມ ຕັດສິນໃຈ ຈະບັນລຸຄາດໝາຍ ຕ້ອນຮັບແຂກທ່ອງທ່ຽວສາກົນ 16 ລ້ານເທື່ອຄົນ ແລະ ແຂກທ່ອງທ່ຽວພາຍໃນປະເທດ 82 ລ້ານເທື່ອຄົນ.
        ແລະກໍໃນພິທີ, ຄະນະຈັດຕັ້ງໄດ້ມອບລາງວັນການເສັງຂຽນ ກ່ຽວກັບ “ຫວຽດນາມ - ຄວາມງາມບໍ່ມີບ່ອນສິ້ນສຸດ”  ເຊິ່ງໄດ້ຮັບບົດຂຽນ ຈໍານວນກວ່າ 400 ບົດ ຈາກຜູ້ຂຽນ ເຊິ່ງແມ່ນຊາວຫວຽດນາມອາໄສຢູ່ຕ່າງປະເທດ, ແຂກທ່ອງທ່ຽວສາກົນ, ຄົນຕ່າງປະເທດທີ່ດໍາລົງຊີວິດຢູ່ຫວຽດນາມ ເຂົ້າຮ່ວມ.
 (ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top