• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢູງ ພົບປະກັບລັດຖະມົນຕີກະຊວງເສດຖະກິດອຸດສາຫະກຳ ຍີ່ປຸ່ນ

ໃນຂອບເຂດການໄປປະຕິບັດງານ ຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມອະນາຄົດອາຊີ, ຕອນເຊົ້າວັນທີ 29 ພຶດສະພາ ຢູ່ ນະຄອນຫລວງໂຕກຽວ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິງຢູງ ໄດ້ມີການພົບປະກັບລັດຖະມົນຕີກະຊວງເສດຖະກິດອຸດສາຫະກຳ ຍີ່ປຸ່ນ Muto Yoji.
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິງຢູງ ແລະ ທ່ານລັດຖະມົນຕີ Muto Yoji

ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິງຢູງ ແລະທ່ານລັດຖະມົນຕີ Muto Yoji ຕົກລົງເຫັນດີຊຸກຍູ້ເລື່ອງປະຕິບັດບັນດາຂໍ້ຕົກລົງຮ່ວມມືທີ່ບັນລຸໄດ້ໃນການຢ້ຽມຢາມ ຫວຽດນາມຫວ່າງແລ້ວນີ້ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Ishiba Shigeru. ສອງຝ່າຍກໍ່ຕີລາຄາ ສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງໃນການຮ່ວມມືເສດຖະກິດ, ການຄ້າ ການລົງທຶນ ເປັນຕົ້ນແມ່ນໃນບັນດາຂົງເຂດໃຫມ່ ຄື: ເຕັກໂນໂລຊີ, ນະວັດຕະກຳ.

ແລະ ກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢູງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio, ຕ້ອນຮັບທ່ານປະທານກຸ່ມບໍລິສັດ SK, ປະທານຝ່າຍບໍລິຫານກຸ່ມບໍລິສັດ AEON ຂອງຍີ່ປຸ່ນ ແລະມີການພົບປະກັບຜູ້ວ່າການແຂວງ Mie, Ichimi Katsuyuki ເພື່ອປຶກສາຫາລືກ່ຽວກັບບັນດາຂົງເຂດຮ່ວມມືເສດຖະກິດ, ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.

(ແຫຼ່ງຄັດຈາກ VOV)

ການ​ໂອ້​ລົມ​ສົນ​ທະ​ນາ Shangri-La ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ ອາ​ຊີ-ປາ​ຊີ​ຟິກ

ການ​ໂອ້​ລົມ​ສົນ​ທະ​ນາ Shangri-La ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ ອາ​ຊີ-ປາ​ຊີ​ຟິກ

ການໂອ້ລົມສົນທະນາ Shangri-La ປີນີ້ ໄດ້ຈັດຂຶ້ນແຕ່ວັນທີ 30 ພຶດສະພາຫາວັນທີ 1 ມິຖຸນາ ໃນສະພາບການເພີ່ມຄວາມຂາດສະຖຽນລະພາບດ້ານພູມສາດການເມືອງ ກໍ່ຄືບັນດາປັດໄຈຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ ຊື່ງໄດ້ກໍ່ຄວາມກົດດັນໃຫ່ຍຕໍ່ສະພາບແວດລ້ອມແຫ່ງຄວາມໝັ້ນຄົງ ຂອງ ອາຊີ-ປາຊີຟິກ.

Top