• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ສູງ ອົດ​ສະ​ຕາ​ລີ

ຕອນບ່າຍວັນທີ 24 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໃຫ້ການຕ້ອນຮັບທ່ານນາງ Sue Lines ປະທານສະພາສູງອົດສະຕາລີ ເນື່ອງໃນໂອກາດມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ທ່ານນາງ Sue Lines ປະທານສະພາສູງ ອົດສະຕາລີ

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນໄດ້ສະແດງຄວາມເຄົາລົບນັບຖືຕໍ່ນ້ຳໃຈຂອງທ່ານນາງ Sue Lines ປະທານສະພາສູງ ອົດສະຕາລີ ກໍ່ຄືການນຳອົດສະຕາລີທີ່ສະຫງວນໃຫ້ແກ່ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫງວຽນຝູຈ້ອງ, ຖືນີ້ແມ່ນການກະທຳອັນລ້ຳຄ່າໃຫ້ແກ່ການພົວພັນອັນດີງາມລະຫວ່າງສອງປະເທດ ຫວຽດນາມ ແລະ ອົດສະຕາລີ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເນັ້ນໜັກວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໄດ້ກໍຖືເປັນສຳຄັນ, ສະໜັບສະໜູນການຊູກຍູ້ການພົວພັນຫວຽດນາມ - ອົດສະຕາລີໃຫ້ພັດທະນາຢ່າງແຮງ, ແທດຈິງ ແລະ ຮອບດ້ານກ່ວາເກົ່າ.

ໂດຍຕາງໜ້າການນຳພັກ, ລັດຖະບານ ແລະ ລັດຖະສະພາ ອົດສະຕາລີ, ທ່ານນາງ Sue Lines  ໄດ້ສະແດງຄວາມເສົ້າສະຫຼົດໃຈ ຕໍ່ການຈາກໄປ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ. ທ່ານນາງປະທານສະພາສູງ ອົດສະຕາລີ,  ຕີລາຄາສູງການພົວພັນອັນດີງາມລະຫວ່າງຫວຽດນາມ ແລະ ອົດສະຕາລີ, ເຄົາລົບການປະກອບສ່ວນຢ່າງໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການຕັດສິນໃຈຍົກລະດັບການພົວພັນສອງປະເທດຂຶ້ນເປັນການພົວພັນຍຸດທະສາດຮອບດ້ານໃນເດືອນມີນາປີ 2024, ກໍ່ຄືຍູ້ແຮງການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ.

(ແຫຼ່ງຄັດຈາກ VOV)

ການຮ່ວມມືດ້ານການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງແມ່ນເສົາຄ້ຳສຳຄັນໃນການພົວພັນ ຫວຽດນາມ - ອິນໂດເນເຊຍ

ການຮ່ວມມືດ້ານການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງແມ່ນເສົາຄ້ຳສຳຄັນໃນການພົວພັນ ຫວຽດນາມ - ອິນໂດເນເຊຍ

ທ່ານລັດຖະມົນຕີ ຟານວັນຢາງ ຢືນຢັນວ່າ, ຫວຽດນາມ ແລະ ອິນໂດເນເຊຍ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນ ມີນາ 2025 ແມ່ນຂີດໝາຍປະຫວັດສາດ, ເປິດໜ້າໃໝ່ໃນການພົວພັນລະຫວ່າງ 2 ປະເທດ.

Top