• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີລັດເຊຍ V.Putinອວຍພອນປີໃໝ່ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມຫງວຽນຟຸຈ້ອງ

ເນື່ອງໃນໂອກາດບຸນປີໃໝ່ສາກົນ 2019 ແລະ ບຸນເຕັດຂອງຫວຽດນາມ ໃກ້ຈະມາເຖິງ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ສົ່ງຄຳອວຍພອນປີໃໝ່ເຖິງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ.

(ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ແລະ ທ່ານປະທານາທິບໍດີລັດເຊຍ Vladimir Putin)

ໃນສານທີ່ເອົາລົງໃນເວັບໄຊຂອງວັງ Kremlin, ທ່ານປະທານາທິບໍດີ V.Putin ເນັ້ນໜັກເຖິງບັນດາບາດກ້າວໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງລັດເຊຍ ແລະ ຫວຽດນາມ, ສະແດງຄວາມປາດຖະໜາວ່າ ດ້ວຍຄວາມມານະພະຍາຍາມລວມ, 2 ປະເທດຈະສືບຕໍ່ການຮ່ວມມື 2 ຝ່າຍໃຫ້ບັນລຸຜົນສຳເລັດໃນບັນດາຂົງເຂດການເມືອງ, ເສດຖະກິດ - ການຄ້າ, ການທະຫານ, ເຕັກນິກການທະຫານ, ມະນຸດສະທຳ ແລະ ຂົງເຂດອື່ນໆ.

          ປີ 2020, ລັດເຊຍ ແລະ ຫວຽດນາມ ຈະສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ໃນປີ 2019, 2 ປະເທດໄດ້ຈັດພິທີສະເຫຼີມສະຫຼອງປີລັດເຊຍ - ຫວຽດນາມ, ຫວຽດນາມ - ລັດເຊຍ ດ້ວຍບັນດາການເຄື່ອນໄຫວເປີດກວ້າງໃນຫຼາຍຂົງເຂດ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top