• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ Abdel Fattah Al Sisi ເປັນປະທານພິທີຕ້ອນຮັບທ່ານປະທານປະເທດ ເຈິ່ນດ້າຍກວາງ

ຕອນບ່າຍວັນທີ 27 ສິງຫາ, ພິທີຕ້ອນຮັບທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງເປັນທາງການ ໄດ້ຈັດຕັ້ງຢ່າງສົມກຽດຕາມພິທີສະຫງວນໃຫ້ປະມຸກລັດຢູ່ສຳນັກງານປະທານາທິບໍດີ ອີຢິບ.

ທີ່ການເຈລະຈາພາຍຫລັງພິທີຕ້ອນຮັບ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ, ນຳພາອັນສະຫລາດສ່ອງໃສຂອງທ່ານປະທານາທິບໍດີ, ປະຊາຊົນ ອີຢິບ ຈະສືບຕໍ່ຍາດໄດ້ບັນດາຜົນງານໃຫຍ່ຫລວງກ່ວາ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ - ສັງຄົມ ແລະ ທ່າໄດ້ປຽບການເຕີບໂຕເສດຖະກິດ, ນຳປະເທດ ອີຢິບ ນັບມື້ນັບພັດທະນາວັດທະນາຖາວອນ. ທ່ານປະທານາທິບໍດີ Abdel Fattah Al Sisi ຢືນຢັນວ່າ: ການຢ້ຽມຢາມຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ແມ່ນເຫດການການເມືອງສຳຄັນ, ສ້າງກຳລັງໜູນ ນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານລະຫວ່າງ 2 ປະເທດ ກ້າວເຂົ້າສູ່ໄລຍະພັດທະນາໃໝ່ຢ່າງເລິກເຊິ່ງກ້ວາງຂວາງ ແລະ ມີປະສິດທິຜົນກ່ວາອີກ.

        ການນຳ 2 ທ່ານກໍ່ຮັບຮູ້ບັນດາບາດກ້າວຢ່າງຕັ້ງໜ້າໃນການພົວພັນຮ່ວມມືລະຫວ່າງ 2 ປະເທດໃນໄລຍະມໍ່ໆມານີ້ ດ້ວຍເລື່ອງຈັດຕັ້ງກອງປະຊຸມຄັ້ງທີ 1 ຂອງອະນຸກຳມະການຮ່ວມມືກ່ຽວກັບການຄ້າ ແລະ ອຸດສາຫະກຳຢູ່ ອີຢິບ ເມື່ອເດືອນ ເມສາ ປີ 2018 ແນໃສ່ຜັນຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ຢູ່ກອງປະຊຸມຄັ້ງທີ 5 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອີຢິບ ເດືອນ ສິງຫາ ປີ 2017.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ກຳ​ປູ​ເຈຍ ຮັກ​ສາ​ປະ​ສ​ິດ​ທິ​ຜົນ​ບັນ​ດາ​ກົ​ນ​ໄກ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ ກຳ​ປູ​ເຈຍ ຮັກ​ສາ​ປະ​ສ​ິດ​ທິ​ຜົນ​ບັນ​ດາ​ກົ​ນ​ໄກ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

ທ່ານ​ພົນ​ເອກ ຟານ​ວັນ​ຢາງ ສະ​ເໜີ​ສອງ​ຝ່າຍ​ຮັກ​ສາ​ປະ​ສິດ​ທິ​ຜົນ​ຂອງ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ ແລະ ບັນ​ດາ​ກົນ​ໄກ​ຮ່ວມ​ມື​ຄື: ການ​ພົບ​ປະ​ປະ​ຈຳ​ປີ​ລະ​ຫວ່າງ​ລັດ​ຖະ​ມົ​ນ​ຕີ​ສາມ​ປະ​ເທດ ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ, ການ​ຊ້ອມ​ຮົບ​ຮ່ວມ​​ກູ້​ໄພ​ກູ້​ຊີບ ລະ​ຫວ່າງກອງ​ທັບ​ສາມ​ປະ​ເທດ

Top