ຂ່າວສານ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ້ຽມຢາມ ອີຕາລີ ຢ່າງເປັນທາງການ
ໂດຍຕອບຮັບຄຳເຊີນຂອງ ທ່ານ ນາງ Tulia Ackson, ປະທານ ສະຫະພັນລັດຖະສະພາສາກົນ (IPU), ທ່ານ Martin Chungong, ເລຂາທິການໃຫຍ່ IPU, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 152 ຂອງ IPU ຢູ່ ອິດສະຕານບູນ, ປະເທດ ຕວັກກີ, ດຳເນີນການເຄື່ອນໄຫວ 2 ຝ່າຍຢູ່ ຕວັກກີ ແລະ ຢ້ຽມຢາມປະເທດ ສ.ອີຕາລີ ຢ່າງເປັນທາງການ, ແຕ່ວັນທີ 11 – 17 ເມສາ. ຕອນເຊົ້າວັນທີ 11 ເມສາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມ ອີຕາລີ ຢ່າງເປັນທາງການ.
ການຢ້ຽມຢາມໄດ້ປະກອບສ່ວນຢືນຢັນທີ່ຕັ້ງ ແລະ ຈິນຕະນາການການຕ່າງປະເທດໃໝ່ຂອງ ຫວຽດນາມ; ສະແດງໃຫ້ເຫັນການສະໜັບສະໜູນຢ່າງແຮງຂອງ ຫວຽດນາມ ຕໍ່ລັດທິຫຼາຍຝ່າຍ ແລະ ເຄົາລົບກົດໝາຍສາກົນ ແລະ ສືບຕໍ່ສະແດງໃຫ້ເຫັນເລື່ອງຖືເປັນສຳຄັນ ແລະ ການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ IPU; ເຮັດໃຫ້ການພົວພັນກັບບັນດາປະເທດ, ຄູ່ຮ່ວມມືເລິກເຊິ່ງຂຶ້ນຕື່ມ.








