• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດເຈີນດ້າຍກວາງເຮັດວຽກກັບການນຳແຂວງບ່າເຣ້ຍ-ຫວູງເຕົ່າ

ຕອນບ່າຍວັນທີ 19 ກໍລະກົດ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ລົງເຮັດວຽກກັບຄະນະປະຈຳຄະນະພັກແຂວງ ບ່າເຣ້ຍຫວູງເຕົ່າ. 

ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ວຽກກັບຄະນະປະຈຳຄະນະພັກແຂວງ ບ່າເຣ້ຍຫວູງເຕົ່າ

ກ່າວຄຳເຫັນນະທີ່ນີ້ ທ່ານປະທານປະເທດເຈີນດ້າຍກວາງ ອວຍພອນບັນດາຜົນງານຊື່ງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງບ່າເຣ້ຍ- ຫວູງເຕົ່າ ບັນລຸໄດ້ໃນໄລຍະຜ່ານມາ. ທ່ານປະທານປະເທດ ສະເຫນີ: ທາງແຂວງຄວນຜັນຂະຫຍາຍການປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຊື່ງສູນກາງ, ສະພາແຫ່ງຊາດ, ລັດຖະບານ ແລະ ທ້ອງຖິ່ນວາງອອກຢ່າງຂ້ຽວຂາດ ແລະ ມີປະສິດທິຜົນ.

        “ແຂວງຄວນຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຂວງແຄມທະເລເປັນຢ່າງດີ, ລະດົມ ແລະ ນຳໃຊ້ບັນດາແຫລ່ງກຳລັງຢູ່ພາຍໃນ ແລະ ຕ່າງປະເທດຢ່າງມີປະສິດທິຜົນເພື່ອພັດທະນາເສດຖະກິດຢ່າງວ່ອງໄວ, ໝັ້ນຄົງ. ສຸມໃສ່ພັດທະນາລະບົບທ່າກຳປັ່ນ ກາຍແມບ -ທິຫວາຍ ໃຫ້ກາຍເປັນທ່າກຳປັ່ນທາງຜ່ານສາກົນ. ເພີ່ມທະວີການຮ່ວມສຳພັນກັບບັນດາແຂວງ, ນະຄອນ ໃນເຂດເສດຖະກິດຈຸດສຸມທາງພາກໃຕ້ ແລະ ທັງປະເທດເພື່ອພັດທະນາເສດຖະກິດ ສັງຄົມແຂວງ.”

(ແຫຼ່ງຄັດຈາກ VOV)


ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top