ທ່ານປະທານປະເທດເຈີນດ້າຍກວາງ ໄດ້ຝາກຈົດໝາຍອວຍພອນເຖິງຄູອາຈານ, ພະນັກງານລັດຖະບານ, ພາລະກອນ, ຄົນງານລຸ້ນຕ່າງໆໃນຂະແໜງສຶກສາ, ບັນດາພໍ່ແມ່ນັກຮຽນ ແລະ ບັນດານັກຮຽນ, ນັກສຶກສາໃນທົ່ວປະເທດ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2017 – 2018.

ທ່ານປະທານປະເທດ ເຈີນດ້າຍກວາງ
(ພາບປະກອບ: TTXVN)
ໃນຈົດໝາຍ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ຍ້ອງຍໍຄວາມມານະພະຍາຍາມ ແລະ ອວຍພອນໝາກຜົນ, ຜົນງານເຊິ່ງຂະແໜງສຶກສາບັນລຸໄດ້ໃນສົກຮຽນຜ່ານມາ. ທ່ານປະທານປະເທດໄດ້ຮຽກຮ້ອງວ່າ, ໃນສົກຮຽນ 2017 – 2018, ຂະແໜງສຶກສາສືບຕໍ່ຜັນຂະຫຍາຍບັນດາໜ້າທີ່, ມາດຕະການປ່ຽນໃໝ່ຂອງການສຶກສາ, ບຳລຸງສ້າງ ໂດຍພື້ນຖານ, ຮອບດ້ານຢ່າງມີປະສິດທິຜົນ… ພ້ອມກັນນັ້ນ, ເອົາໃຈໃສ່ລົງທຶນພັດທະນາການສຶກສາ, ບຳລຸງສ້າງຢູ່ເຂດຊົນເຜົ່າສ່ວນໜ້ອຍ; ເອົາໃຈໃສ່ເຖິງເປົ້າໝາຍນະໂຍບາຍກວ່າອີກ, ຮັບປະກັນໃຫ້ປະຊາຊົນທຸກໆຄົນມີກາລະໂອກາດໄດ້ສຳພັດກັບການສຶກສາ.
(ແຫຼ່ງຄັດຈາກ VOV)