• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດເຈິ່ນດ້າຍກວາງພົບປະກັບທ່ານນາຍົກລັດຖະມົນຕີຫຼີເຄີຊຽນ

      ໃນຂອບເຂດການຢ້ຽມຢາມທາງລັດຖະກິດເຖິງ ຈີນ ແລະ ເຂົ້າຮ່ວມເວທີປາໄສຂັ້ນສູງຮ່ວມມືສາກົນ ໜຶ່ງແລວທາງ - ໜຶ່ງເສັ້ນທາງ“, ຕອນບ່າຍວັນທີ 12/5, ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ພົບປະແລກປ່ຽນຄວາມເຫັນກັບທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ.

ທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ 
      ນະທີ່ນີ້, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ສະເໜີທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ ສືບຕໍ່ເອົາໃຈໃສ່ຊີ້ນຳ, ຜັນຂະຫຍາຍມາດຕະການຈຳນວນໜຶ່ງຢ່າງມີປະສິດທິຜົນ ເພື່ອແນໃສ່ເປີດກວ້າງ ແລະ ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືລະຫວ່າງສອງປະເທດ. ກ່ຽວກັບດ້ານການຄ້າ, ທ່ານປະທານປະເທດສະແດງຄວາມປາຖະໜາວ່າ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖີ່ນ ຈີນ ເຮັດສຳເລັດລະບຽບການດ້ານກົດໝາຍໂດຍໄວ ເພື່ອເປີດປະຕູຕະຫຼາດສຳລັບນ້ຳນົມ ແລະ ບັນດາຜະລິດຕະພັນຈາກນຳ້ນົມ, ໝາກໄມ້, ສິນໃນນ້ຳ, ຊີ້ນໝູຂອງ ຫວຽດນາມ; ສືບຕໍ່ສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດາວິສາຫະກິດໃຫຍ່ສອງປະເທດເພີ່ມທະວີການແລກປ່ຽນຄ້າຂາຍຖ່ານຫີນ ແລະ ຜະລິດຕະພັນກະເສດນຳກັນ.
      ສ່ວນທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ ກໍ່ຢືນຢັນວ່າ, ພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຈີນ ຖືເປັນສຳຄັນການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ການຮ່ວມມືຮອບດ້ານຈີນ - ຫວຽດນາມ. ຖືວ່າການພັດທະນາຢ່າງມີສະຖຽນລະພາຍຂອງສອງປະເທດ ແມ່ນກາລະໂອກາດຂອງກັນ, ຈີນ ຈະສ້າງເງື່ອນໄຂກວ່າອີກໃຫ້ແກ່ການຜັນຂະຫຍາຍບັນດາບ້ວງສິນເຊື່ອບຸລິມາສິດ, ຕັ້ງໜ້າຕອບສະໜອງຂໍ້ສະເໜີຂອງ ຫວຽດນາມ ກ່ຽວກັບການນຳໃຊ້ແຫຼ່ງນຳ້ຜ່ານຊາຍແດນຢ່າງໝັ້ນຄົງ.
(ແຫຼ່ງຄັດຈາກ VOV)

 

UNESCO ຮັບ​ຮອງກຸ່ມ​ເຂດ​ອະ​ນຸ​ສອນ​ສະ​ຖານ ແລະ ທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ - ຫວິງ​ງຽມ​, ກົນ​ເຊີນ, ກຽບ​ບາກ ເປັນ​ມໍ​ລະ​ດົກ​ວັດ​ທະ​ນ​ະ​ທຳ​ໂລກ

UNESCO ຮັບ​ຮອງກຸ່ມ​ເຂດ​ອະ​ນຸ​ສອນ​ສະ​ຖານ ແລະ ທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ - ຫວິງ​ງຽມ​, ກົນ​ເຊີນ, ກຽບ​ບາກ ເປັນ​ມໍ​ລະ​ດົກ​ວັດ​ທະ​ນ​ະ​ທຳ​ໂລກ

ກຸ່ມເຂດອະນຸສອນສະຖານ ແລະ ທັດສະນີຍະພາບ ອຽນຕື - ຫວິງງຽມ, ກົນເຊີນ, ກຽບບາກ ນອນຢູ່ບັນດາແຂວງ ກວາງນິງ, ບັກນິງ ແລະ ນະຄອນ ຫາຍຟ່ອງ ດ້ວຍຖືເອົາສາສະໜາພຸດ ນິກາຍ ຈຸກເລີມ ເປັນແກ່ນສານ - ໄດ້ຮັບການສ້າງຕັ້ງຂຶ້ນໃນສະຕະວັດທີ XIII ໂດຍບັນດາເຈົ້າຊີວິດຂອງລາດຊະວົງ ເຈິ່ນ.

Top