ຕອນເຊົ້າວັນທີ 23 ກັນຍາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ, ວາລະປະຊຸມສຸດຍອດສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 80 ໄດ້ໄຂຂຶ້ນດ້ວຍຫົວຂໍ້ “ພ້ອມກັນດີກວ່າເກົ່າ: 80 ປີ ແລະ ຍິ່ງກວ່ານັ້ນອີກ ເພື່ອສັນຕິພາບ, ການພັດທະນາ ແລະ ສິດທິມະນຸດ”. ເຂົ້າຮ່ວມວາລະປະຊຸມມີປະມຸດລັດ, ຜູ້ນຳໜ້າລັດຖະບານ ແລະ ຜູ້ຕາງໜ້າຂັ້ນສູງຂອງຫຼາຍປະເທດສະມາຊິກ, ພ້ອມກັບການນຳບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນເກືອບ 150 ທ່ານ. ທ່ານປະທານປະເທດ ເລືອງເກືອງ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມວາລະປະຊຸມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres, ໃຫ້ຂໍ້ສັງເກດວ່າ ໂລກພວມມຸ່ງໄປເຖິງໂລກຫຼາຍຂົ້ວ ແລະ ຕ້ອງມີລະບົບຫຼາຍຝ່າຍທີ່ງມີປະສິດທິຜົນເພື່ອຫຼີກລ່ຽງບໍ່ໃຫ້ຄືກັບບົດຮຽນທີ່ພາໄປເຖິງສົງຄາມໂລກຄັ້ງທີ 1. ທ່ານເນັ້ນໜັກວ່າ, ສະຫະປະຊາຊາດ ແມ່ນເຂັມຊີ້ທິດດ້ານຄຸນສົມບັດ, ແມ່ນກຳລັງຮັກສາສັນຕິພາບ, ປົກປ້ອງກົດໝາຍສາກົນ, ຊຸກຍູ້ການພັດທະນາຢ່າງໄວແລະ ຍືນຍົງ, ຮັບປະກັນສິດທິມະນຸດ, ຫັນບັນດາລັດຖະນະໂຍບາຍທົ່ວໂລກໃຫ້ກາຍເປັນການກະທຳລະອຽດ.