• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ແຂວງ ກອນຕູມ

 ໂດຍສືບຕໍໍ່ການປະຕິບັດງານຢູ່ ໄຕງວຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03/02/1930 – 03/02/2018).

ທ່ານ ເຈີ່ນດ້າຍກວາງ ໄຢ້ຽມຢາມ, ອວຍພອນປີໃໝ່ບັນດາພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ເຣີເກີຍ

ວັນທີ 02 ກຸມພາ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ຄະນະປະຕິບັດງານສູນກາງໄດ້ລົງຢ້ຽມຢາມ, ເຮັດວຽກ ແລະ ອວຍພອນບຸນປີໃໝ່ຢູ່ແຂວງ ກອນຕູມ.

        ຕອນເຊົ້າວັນທີ 02 ກຸມພາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ບັນດາພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ເຣີເກີຍ - ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ກອນຕູມ. ນະທີ່ນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນໄດ້ປະຕິບັດໜ້າທີ່ການເມືອງຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຊາຍແດນຢ່າງໝັ້ນຄົງເປັນຢ່າງດີ.


ທ່ານ ເຈີ່ນດ້າຍກວາງ  ຢ້ຽມຢາມ, ອວຍພອນປີໃໝ່ປະຊາຊົນບັນດາເຜົ່າຢູ່ຕາແສງ ເຣີເກີຍ

ແລະກໍ່ໃນວັນດຽວກັນ, ເມື່ອມາຢ້ຽມຢາມ, ອວຍພອນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຢູ່ຕາແສງ ເຣີເກີຍ, ເມືອງ ຊາໄທ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະແດງຄວາມເບີກບານມ່ວນຊື່ນເມື່ອໄດ້ເຫັນວ່າ ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງກໍ່ຕາມ ແຕ່ດ້ວຍຄວາມຕັດສິນໃຈຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຕາແສງ ເຣີເກີຍ ໃນໄລຍະຜ່ານມາ ຕາແສງ ເຣີເກີຍ ບັນລຸໄດ້ບັນດາຜົນງານທີ່ເປັນໜ້າຊື່ນຊົມ.

(ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດ, ນະວັດຕະກຳ, ການຫັນເປັນດີຈີຕອນ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດ, ນະວັດຕະກຳ, ການຫັນເປັນດີຈີຕອນ

ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງບົດບາດສຳຄັນພິເສດ, ມີລັກສະນະພື້ນຖານ ແລະ ແກ່ນສານຂອງວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ.

Top