• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເຈິ່ນດ້າຍກວາງ ເປັນປະທານພິທີຕ້ອນຮັບ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo

ການຢ້ຽມຢາມຫວຽດນາມ ຂອງ ທ່ານປະທານາທິບໍດີ Joko Widodo  ແມ່ນເຫດການສະຖານະການການເມືອງສໍາຄັນໃນການພົວພັນລະຫວ່າງສອງປະເທດ


ພິທີຕ້ອນຮັບ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຢ່າງເປັນທາງການ  ໄດ້ຈັດຂຶ້ນຢ່າງສົມກຽດ

(ພາບ: tienphong.vn)

ໂດຍໄດ້ຮັບຄໍາເຊີນຂອງທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ, ວັນທີ 11 ກັນຍາ, ທ່ານປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ Joko Widodo ພ້ອມດ້ວຍພັນລະຍາ ໄດ້ເດີນທາງມາຮອດຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໃນລະຫວ່າງວັນທີ 11 – 12 ກັນຍາ. ຕອນບ່າຍວັນທີ 11 ກັນຍາ, ພິທີຕ້ອນຮັບ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ພ້ອມດ້ວຍພັນລະຍາ ຢ່າງເປັນທາງການ  ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ທໍານຽບປະທານປະເທດ ຕາມພິທີການຕ້ອນຮັບສູງສຸດ ໂດຍສະຫງວນໃຫ້ປະມຸກລັດ.

        ການຢ້ຽມຢາມຫວຽດນາມ ຂອງ ທ່ານປະທານາທິບໍດີ Joko Widodo  ແມ່ນເຫດການສະຖານະການການເມືອງສໍາຄັນໃນການພົວພັນລະຫວ່າງສອງປະເທດ, ອັນໄດ້ຢັ້ງຢືນໃຫ້ເຫັນຄວາມຖືເປັນສໍາຄັນ ແລະ ຄວາມປາດຖະໜາຢາກຮັດແໜ້ນການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ນໍ້າໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ອິນໂດເນເຊຍ ໃຫ້ດີກວ່າເກົ່າ. ພ້ອມທັງແມ່ນໂອກາດ ເພື່ອໃຫ້ສອງຝ່າຍແລກປ່ຽນບັນດາມາດຕະການ ເພື່ອແນໃສ່ກໍານົດທິດຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ ແລະ ປຶກສາຫາລືກ່ຽວກັບບັນດາບັນຫາໃນພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ເພື່ອສັນຕິພາບ, ສະຖຽນລະພາບ,ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

 (ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top