• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາຕ້ອນຮັບເຈົ້າຊາຍ ແລະ ເຈົ້າຍິງ ຍີ່ປຸ່ນ

ການຢ້ຽມຢາມຂອງເຈົ້າຊາຍ ແລະ ເຈົ້າຍິງ ຄັ້ງນີ້ຈະປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນ 2 ປະເທດ.
ທີ່ພິທີຕ້ອນຮັບ (ພາບ: TTXVN)

ຕອນເຊົ້າວັນທີ 22 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພ້ອມດ້ວຍພັນລະຍາ ໄດ້ໃຫ້ການຕ້ອນຮັບເຈົ້າຊາຍ Akishino ແລະ ເຈົ້າຍິງ ຍີ່ປຸ່ນ, ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 20 – 25 ກັນຍາ.

     ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະແດງຄວາມຂ່ຳນັບຮັບຕ້ອນເຈົ້າຊາຍ Akishino ແລະ ເຈົ້າຍິງ ທີ່ກັບມາຢ້ຽມຢາມ ຫວຽດນາມ ຄືນອີດ ເຊິ່ງກົງກັບໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (21 ກັນຍາ 1973 – 21 ກັນຍາ 2023); ທ່ານເຊື່ອໝັ້ນວ່າ ການຢ້ຽມຢາມຂອງເຈົ້າຊາຍ ແລະ ເຈົ້າຍິງ ຄັ້ງນີ້ຈະປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນ 2  ປະເທດ, ຊຸກຍູ້ການພົວພັນດ້ານເສດຖະກິດ, ການລົງທຶນ ແລະ ການຄ້າ, ພິເສດແມ່ນການພົບປະແລກປ່ຽນລະຫວ່າງທ້ອງຖິ່ນ ແລະ ປະຊາຊົນ 2 ປະເທດ. ທ່ານປະທານປະເທດໄດ້ແບ່ງປັນວ່າ, ຫວຽດນາມ ແມ່ນປະເທດທຳອິດໃນໂລກທີ່ນຳພາສາ ຍີ່ປຸ່ນ ເຂົ້າໃນການສອນຢູ່ຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ.

          ສ່ວນເຈົ້າຊາຍ Akishino ແລະ ເຈົ້າຍິງ ຍີ່ປຸ່ນ ໄດ້ຕີລາຄາສູງບັນດາຜົນງານອັນພົ້ນເດັ່ນທີ່ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ. ເຈົ້າຊາຍ Akishino ຖືວ່າ: ຄວາມຄ້າຍຄືກັນດ້ານວັດທະນະທຳ, ລັກສະນະຊົນຊາດ ພ້ອມກັບການຕິດພັນປະຫວັດສາດທີ່ຍາວນານ ແມ່ນພື້ນຖານສຳຄັນເພື່ອໃຫ້ 2 ປະເທດສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃຫ້ຂຶ້ນສູ່ລະດັບສູງໃໝ່.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top