• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄປຢ້ຽມຢາມທາງລັດຖະກິດ ອິນໂດເນເຊຍ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມທາງລັດຖະກິດປະເທດ ອິນໂດເນເຊຍ. ການຢ້ຽມຢາມດຳເນີນແຕ່ວັນທີ 21-23 ທັນວາ
  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)  

ໂດຍໄດ້ຮັບຄຳເຊີນຈາກທ່ານປະທານາທິບໍດີ ສ.ອິນໂດເນເຊຍ Joko Widodo, ວັນທີ 21 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມທາງລັດຖະກິດປະເທດ ອິນໂດເນເຊຍ. ການຢ້ຽມຢາມດຳເນີນແຕ່ວັນທີ 21-23 ທັນວາ, ນີ້ແມ່ນການຢ້ຽມຢາມ ອິນໂດເນເຊຍ ຄັ້ງທຳອິດຂອງການນຳຫຼັກແຫຼ່ງ ຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ກໍຄືນັບແຕ່ເມື່ອໂລກລະບາດໂຄວິດ -19 ແຜ່ລະບາດ. ພິເສດ, ນີ້ຍັງແມ່ນການຢ້ຽມຢາມທາງລັດຖະກິດ ອິນໂດເນເຊຍ ຄັ້ງທຳອິດຂອງປະທານປະເທດ ຫວຽດນາມ ພາຍຫຼັງ 9 ປີ ແລະ ໃນສະພາບທີ່ 2 ປະເທດມຸ່ງໄປເຖິງພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2013-2023).

ດ້ວຍບັນດາພື້ນຖານຮ່ວມມືທີ່ມີຢູ່ແລ້ວລະຫວ່າງ 2 ປະເທດ, ການໄປຢ້ຽມຢາມ ອິນໂດເນເຊຍ ຄັ້ງນີ້ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ມີຄວາມໝາຍສຳຄັນ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການພົວພັນຮ່ວມມືຫຼາຍດ້ານເລິກເຊິ່ງຂຶ້ນຕື່ມ, ນຳການພົວພັນ 2 ຝ່າຍກ້າວເຂົ້າສູ່ໄລຍະໃໝ່ພັດທະນາຢ່າງເຂັ້ມແຂງກວ່າເກົ່າ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top