• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ເດີນທາງໄປຢ້ຽມຢາມສັນຖະວະໄມຕີ ສປປ. ລາວ ຢ່າງເປັນທາງການ

ຕອນເຊົ້າວັນທີ 9 ສິງຫາ 2021, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ພັນລະຍາ ເຈີ່ນຫງວຽດທູ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ຫວຽດນາມ ອອກຈາກ ຮ່າໂນ້ຍ, ເດີນທາງໄປຢ້ຽມຢາມສັນຖະວະໄມຕີ ສປປ.ລາວ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ , ປະທານປະເທດ ສປປ. ລາວ ທອງລຸນ ສີສຸລິດ. ນີ້ແມ່ນການຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິດ ຢ່າງເປັນທາງການ ຂອງການນຳຂັ້ນສູງພັກ, ລັດ ຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ; ພ້ອມທັງແມ່ນການໄປປະຕິບັດງານຢູ່ຕ່າງປະເທດທຳອິດຂອງ ທ່ານ ຫງວຽນຊວັນຟຸກ ໃນຖານະເປັນປະທານປະເທດ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ພັນລະຍາທີ່ສະໜາມບິນສາກົນ ໂນ້ຍບ່າຍ. ພາບ: ຖົ໋ງເຍີດ/VNA

ໄປນຳເພື່ອຮັບໃຊ້ໃຫ້ກຳມະການກົມການເມືອງ, ປະທານປະເທດ ຫງວຽນຊວັນຟຸກ ແລະ ພັນລະຍາ ເຈີ່ນຫງວຽດທູ ໃນການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຄັ້ງນີ້ ມີບັນດາກຳມະການກົມການເມືອງ: ຮອງປະທານ ຜູ້ປະຈຳການ ສະພາແຫ່ງຊາດ ເຈີ່ນແທງເໝີນ; ລັດຖະມົນຕີກະຊວງຕຳຫຼວດ ໂຕເລີມ; ລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ; ຫົວໜ້າຄະນະເສດຖະກິດສູນກາງ ເຈີ່ນຕວັນແອ໋ງ; ໄປນຳຄະນະຍັງມີ ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໂດ໋ວັນຈຽນ.

ເຂົ້າຮ່ວມຄະນະຍັງມີບັນດາກຳມະການສູນກາງພັກ: ຮອງນາຍົກລັດຖະມົນຕີ ເລວັນແທ່ງ; ຫົວໜ້າຄະນະພົວພັນການຕ່າງປະເທດສູນກາງ ເລຮວ່າຍຈຸງ; ລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ; ຫົວໜ້າຫ້ອງການປະທານປະເທດ​ເລແຄ໋ງຫາຍ; ລັດຖະມົນຕີກະຊວງຍຸຕິທຳ ເລແທ່ງລອງ; ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໋ຢຸງ; ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນໂຮ່ງຢຽນ; ລັດຖະມົນຕີກະຊວງກໍ່ສ້າງ ຫງວຽນແທງຫງີ້; ຫົວໜ້າຄະນະກຳມະການພົວພັນການຕ່າງປະເທດຂອງສະພາ ແຫ່ງຊາດ ຫວູຫາຍຮ່າ; ຮອງລັດຖະມົນຕີກະຊວງ ຕຳຫຼວດ ຫງວຽນຢຸຍຫງອກ.
 
ໄປນຳເພື່ອຮັບໃຊ້ໃຫ້ກຳມະການກົມການເມືອງ, ປະທານປະເທດ ຫງວຽນຊວັນຟຸກ ແລະ ພັນລະຍາ ໃນການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຄັ້ງນີ້ ຍັງມີເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໋າຮຸ່ງ ພ້ອມກັບການນຳບັນດາຄະນະ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນຈຳນວນໜຶ່ງ.
ປະຕິບັດໂດຍ: VNA/VNP

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top