• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບຄະນະຜູ້ແທນບັນດານັກວິທະຍາສາດເສດຖະກິດ ອາຊຽນ

ທ່ານປະທານປະເທດ ໄດ້ຕີລາຄາສູງບັນດານັກວິທະຍາສາດ, ນັກເສດຖະສາດ ຫວຽດນາມ ແລະ ອາຊຽນ ໄດ້ນຳໜ້າໃນການແບ່ງປັນ, ຊຸກຍູ້, ໜູນຊ່ວຍເຊິ່ງກັນ ແລະ ກັນ
  ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕ້ອນຮັບຄະນະຜູ້ແທນເຊິ່ງແມ່ນນັກວິທະຍາສາດເສດຖະກິດ ອາຊຽນ (ພາບ: TTXVN)  

ຕອນບ່າຍວັນທີ 25 ພະຈິກ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບຄະນະຜູ້ແທນເຊິ່ງແມ່ນນັກວິທະຍາສາດເສດຖະກິດ ອາຊຽນ ທີ່ມາເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 45 ຂອງສະຫະພັນບັນດາສະມາຄົມເສດຖະກິດ ອາຊຽນ (FAEA) ຢູ່ ຮ່າໂນ້ຍ.

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດ ໄດ້ຕີລາຄາສູງບັນດານັກວິທະຍາສາດ, ນັກເສດຖະສາດ ຫວຽດນາມ ແລະ ອາຊຽນ ໄດ້ນຳໜ້າໃນການແບ່ງປັນ, ຊຸກຍູ້, ໜູນຊ່ວຍເຊິ່ງກັນ ແລະ ກັນ, ມີການປະກອບສ່ວນຢ່າງແທດຈິງ, ບັນລຸປະສິດທິຜົນເຂົ້າໃນຜົນງານລວມທີ່ມີຕໍ່ການພັດທະນາຂອງ ອາຊຽນ. ທ່ານປະທານປະເທດ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຮັບຮູ້, ຕີລາຄາສູງບັນດາການປະກອບສ່ວນຂອງວົງການນັກຊ່ຽວຊານ ແລະ ນັກເສດຖະສາດ ໃນວິວັດທະນາການພັດທະນາປະເທດຊາດ, ພິເສດແມ່ນໃນວຽກງານຄົ້ນຄວ້າວິທະຍາສາດ, ການຕີລາຄານະໂຍບາຍ, ສະເໜີນະໂຍບາຍ.

ບັນດານັກວິທະຍາສາດເສດຖະກິດ ອາຊຽນ ໃຫ້ຮູ້ວ່າ, ກອງປະຊຸມ FAEA-45 ແມ່ນໂອກາດເພື່ອໃຫ້ບັນດານັກເສດຖະກິດໄດ້ພົບປະແລກປ່ຽນ ແລະ ຮ່ຳຮຽນເອົາບົດຮຽນເຊິ່ງກັນ ແລະ ກັນ, ກໍຄືປຶກສາຫາລືກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍຂອງພື້ນຖານເສດຖະກິດຢູ່ພາກພື້ນ ພາຍຫຼັງໂລກລະບາດໂຄວິດ-19.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top