• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ: APEC ຕ້ອງແມ່ນບ່ອນສ້າງກາລະໂອກາດໃໝ່

      ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຢືນຢັນບົດບາດສຳຄັນຂອງ APEC ແລະ ເນັ້ນໜັກວ່າ, ຢູ່ ຫວຽດນາມ, ເພື່ອຟື້ນຟູເສດຖະກິດ, ທຸກນະໂຍບາຍລ້ວນແຕ່ແນໃສ່ໜູນຊ່ວຍຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານ
(ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາ)
      ຕອນຄ່ຳວັນທີ 11 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາປະຈຳປີລະຫວ່າງການນຳ APEC ແລະ ສະພາດຳເນີນທຸລະກິດ APEC (ABAC), ເຊິ່ງໄດ້ດຳເນີນແບບທາງໄກ.
        ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຢືນຢັນບົດບາດສຳຄັນຂອງ APEC ແລະ ເນັ້ນໜັກວ່າ, ຢູ່ ຫວຽດນາມ, ເພື່ອຟື້ນຟູເສດຖະກິດ, ທຸກນະໂຍບາຍລ້ວນແຕ່ແນໃສ່ໜູນຊ່ວຍຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານຄື: ສັກວັກຊິນ, ບັນດາບ້ວງໜູນຊ່ວຍດ້ານການເງິນ, ຫຼຸດຜ່ອນພາສີ, ລາຍຈ່າຍ, ຮັກສາລະບົບສະໜອງ, ພິເສດແມ່ນຮັບປະກັນການໜູນຊ່ວຍໃຫ້ຜູ້ອອກແຮງງານທຸກຄົນ…
        ທ່ານປະທານປະເທດໄດ້ຢັ້ງຢືນອີກເທື່ອໜຶ່ງເຖິງບັນດາຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດລົງ 0 (Net Zero) ໃນປີ 2050, ຫຼຸດປະລິມານການປ່ອຍອາຍພິດ metan ລົງ 30% ໃນປີ 2030, ຍົກອັດຕານຳໃຊ້ພະລັງງານຜະລິດຄືນໃໝ່ຂຶ້ນເຖິງ 30%, ປະຕິບັດໂຄງການປູກຕົ້ນໄມ້ໃຫ້ໄດ້ 1 ຕື້ຕົ້ນໃນປີ 2025; ຜັນຂະຫຍາຍຮູບແບບເສດຖະກິດໂດຍອີງຕາມເງື່ອນໄຂດິນຟ້າອາກາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນສູງ…
        “ພ້ອມກັນນັ້ນ, ບັນດາບຸລິມະສິດ, ການສົ່ງເສີມວິວັດທະນາການຫັນບັນດາຂະແໜງເສດຖະກິດເປັນຂຽວ, ຊຸກຍູ້ການປະດິດຄິດສ້າງ, ພັດທະນາວິສາຫະກິດຕາມທິດສີຂຽວ. ຫວຽດນາມ ສືບຕໍ່ເພີ່ມທະວີການເຊື່ອມຕໍ່ເສດຖະກິດ, ຮັບປະກັນລະບົບສະໜອງ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ ໃຫ້ນັບມື້ນັບໃກ້ກັບມາດຕະຖານສາກົນ ເມື່ອປະຕິບັດບັນດາຄຳໝັ້ນສັນຍາໃນສັນຍາການຄ້າເສລີ ສະບັບຕ່າງໆ. ຫວຽດນາມ ຍາມໃດກໍ່ຍິນດີຕ້ອນຮັບບັນດານັກລົງທຶນ APEC ແລະ ສາກົນມາລົງທຶນຢູ່ ຫວຽດນາມ”.
        ສິ້ນສຸດບົດກ່າວປາໄສ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກ ABAC ຮ່ວມເດີນທາງພ້ອມກັບພື້ນຖານເສດຖະກິດ APEC ແລະ ປະຊາຊົນ ຜ່ານຜ່າໂລກລະບາດ, ຟື້ນຟູເສດຖະກິດ, ບັນລຸຜົນງານໃໝ່ຫຼາຍຢ່າງ, ເພື່ອພາກພື້ນ ອາຊີ ສັນຕິພາບ, ພັດທະນາແບບຍືນຍົງ ແລະ ນຳມາເຊິ່ງຄວາມວັດທະນາຖາວອນໃຫ້ແກ່ປະຊາຊົນໝົດທຸກຄົນ.
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top