• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວນຟຸກ ຖະຫວາຍທູບທຽນອາໄລຫານັກກະວີຍິງ ໂຮ່ຊວນເຮືອງ ແລະ ນັກຮົບວິລະຊົນເສຍສະຫລະຊີວິດເພື່ອຊາດຢູ່ ເງະອານ

ກ່ອນນີ້ 200 ປີ, ນັກກະວີຍິງ ໂຮ່ຊວນເຮືອງ ມີແນວຄິດວັດທະນະທຳມະນຸດ, ດ້ວຍຈຸດປະສົງຢາກຕໍ່ສູ້ທວງເອົາສິດໄດ້ດຳລົງຊີວິດໃຫ້ມະນຸດ.

ກ່ອນນີ້ 200 ປີ, ນັກກະວີຍິງ ໂຮ່ຊວນເຮືອງ ມີແນວຄິດວັດທະນະທຳມະນຸດ, ດ້ວຍຈຸດປະສົງຢາກຕໍ່ສູ້ທວງເອົາສິດໄດ້ດຳລົງຊີວິດໃຫ້ມະນຸດ.

  ທ່ານປະທານປະເທດ ຫງວຽນຊວນຟຸກ ຖະຫວາຍທູບທຽນ ຢູ່ ຫໍບູຊາ ວົງຕະກຸນ ໂຮ່ຟີ  

ເນື່ອງໃນໂອກາດເຂົ້າຮ່ວມພິທີເຊີດຊູ ແລະ ສະເຫລີມສະຫລອງ 250 ປີແຫ່ງວັນຄ້າຍວັນເກີດ(1772 - 2022), 200 ປີແຫ່ງວັນເຖິງແກ່ມໍລະນະກຳ(1822 - 2022) ຂອງນັກກະວີຍິງ ໂຮ່ຊວນເຮືອງ, ຕອນເຊົ້າວັນທີ 3 ທັນວາ ຢູ່ ເມືອງ ກີ່ງລືວ ແຂວງ ເງະອານ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຖະຫວາຍທູບທຽນ, ອາໄລຫານັກກະວີຍິງ ໂຮ່ຊວນເຮືອງ ຜູ້ທີ່ມີຄວາມເກັ່ງກ້າສາມາດ.

ກ່ອນນີ້ 200 ປີ, ນັກກະວີຍິງ ໂຮ່ຊວນເຮືອງ ມີແນວຄິດວັດທະນະທຳມະນຸດ, ດ້ວຍຈຸດປະສົງຢາກຕໍ່ສູ້ທວງເອົາສິດໄດ້ດຳລົງຊີວິດໃຫ້ມະນຸດ, ກ່ອນອື່ນໝົດແມ່ນແມ່ຍິງ, ຄວາມສະເໝີພາບລະຫວ່າງ ຍິງ -ຊາຍ. ດ້ວຍຄຸນຄ່າດ້ານແນວຄິດ, ສິລະປະມີລັກສະນະສາກົນ ແລະ ຜ່ານຍຸກສະໄຫມ, ບົດກາບກອນຂອງນັກກະວີ ໂຮ່ຊວນເຮືອງ ໄດ້ແປເປັນ 12 ພາສາ, ປະກອບສ່ວນແຜ່ຂະຫຍາຍຄຸນຄ່າອັນສູງສົ່ງ ແລະວັດທະນະທຳມະນຸດໃນບົດກາບກອນຂອງນັກກະວີມາເຖິງທຸກຄົນໃນໂລກ.

ເດືອນພະຈິກ ປີ 2021, ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ ໄດ້ຮັບຮອງເອົາມະຕິເຊີດຊູ ພ້ອມກັນເຂົ້າຮ່ວມພິທີສະເຫລີມສະຫລອງ 250 ປີແຫ່ງວັນຄ້າຍວັນເກີດ ແລະ 200 ປີ ແຫ່ງວັນນັກກະວີເຖິງແກ່ມໍລະນະກຳ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປຖະຫວາຍທູບທຽນ ອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນບັນພະບຸລຸດ, ນັກຮົບວິລະຊົນເສຍສະຫລະຊີວິດເພື່ອຊາດ. ໃນໂອກາດນີ້ ທ່ານປະທານປະເທດ ກໍ່ໄດ້ມອບຂອງຂວັນໃຫ້ 30 ຄອບຄົວໃນເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີ ແລະ ມອບເຮືອນແຫ່ງສາຍຈິດມິດໃຈ 30 ຫລັງ ໃຫ້ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກເປັນພິເສດຢູ່ເມືອງ ກີ່ງລຶວ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top