ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ
ຕອນບ່າຍວັນທີ 20 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Penny Wong ລັດຖະມົນຕີການຕ່າງປະເທດ ອົດສະຕາລີ ເນື່ອງໃນໂອກາດທ່ານລັດຖະມົນຕີ ມາຢ້ຽມຢາມ ຫວຽດນາມຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ - ອົດສະຕາລີຄັ້ງທີ 7.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ອົດສະຕາລີແມ່ນຍັງໃຫຍ່ຫຼວງທີ່ສຸດ, ທ່ານສະເໜີສືບຕໍ່ຜັນຂະຫຍາຍໂຄງການກະທຳປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງມີປະສິດທິຜົນ, ຈັດກົນໄກໂອ້ລົມສົນທະນາປະຈຳໄລຍະ, ປຶກສາຫາລືເພື່ອເພີ່ມທະວີຄວາມເຂົ້າໃຈ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ. ພ້ອມກັນນັ້ນ, ສອງຝ່າຍກໍ່ຕ້ອງຕັ້ງໜ້າແລກປ່ຽນມາດຕະການຊຸກຍູ້ວົງເງິນການຄ້າສອງສົ້ນການເຕີບໂຕສູງກ່ວາ, ບັນລຸໄດ້ເປົ້າໝາຍ 20 ຕື້ USD ໂດຍໄວ, ພິເສດດ້ວຍວິທີການເປີດປະຕູ ແລະ ສ້າງຄວາມສະດວກໃຫ້ແກ່ການສົ່ງອອກສິນຄ້າ. ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍສືບຕໍ່ເສີມຂະຫຍາຍຢ່າງມີປະສິດທິຜົນ ແລະ ເປີດກວ້າງການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພິເສດໃນຂົງເຂດຄວາມໝັ້ນຄົງທາງອິນເຕີເນັດ, ການຫັນເປັນດີຈີຕອນ ແລະ ໜູນຊ່ວຍວັດຖຸອຸປະກອນເພື່ອແນໃສ່ຍົກສູງຄວາມສາມາດໃຫ້ແກ່ ຫວຽດນາມ, ທ່ານປາດຖະໜາວ່າ ສອງຝ່າຍມີການຮ່ວມມືທີ່ບັນລຸບາດກ້າວບຸກທະລຸໃນຂົງເຂດນີ້, ເປັນຕົ້ນແມ່ນໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ພັດທະນາເຕັກໂນໂລຢີໃຫ້ນັກສຶກສາການແພດ…
ໂດຍເຫັນດີຕໍ່ການສະເໜີນີ້, ທ່ານ ນາງPenny Wong ລັດຖະມົນຕີ ການຕ່າງປະເທດ ອົດສະຕາລີ ຢັ້ງຢືນຈະມານະພະຍາຍາມຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ໃນນັ້ນເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບເລິກເຊິ່ງກ່ວາອີກ, ເປີດກວ້າງການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຢີ, ການຫັນເປັນດີຈີຕອນ ແລະ ນະວັດຕະກຳ, ການສຶກສາ ແລະ ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ຜ່ານບັນດາໂຄງການ ODA ແລະ ກອງທຶນລົງທຶນ.