• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຮັດວຽກກັບສະມາຄົມນັກຂ່າວ ຫວຽດນາມ

ວັນທີ 19 ມິຖຸນາ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 94 ປີ (21/06/1925 – 21/06/2019), ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຮັດວຽກກັບຄະນະປະຈໍາສະມາຄົມນັກຂ່າວຫວຽດນາມ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ການເຮັດວຽກ (ພາບ: TTXVN)

ທີ່ການເຮັດວຽກ, ບັນດາອົງການສື່ມວນຊົນ ປາດຖະໜາວ່າ ລັດຖະບານ ຈະຊີ້ນໍາຊຸກຍູ້ກົນໄກສັ່ງຊື້ຜະລິດຕະພັນຂອງບັນດາອົງການສື່ມວນຊົນ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານຢ່າງແຮງ ເພື່ອຫຼຸດຜ່ອນແຫຼ່ງຊັບພະຍາກອນມະນຸດ ສໍາລັບບັນດາອົງການສື່ມວນຊົນ. ໃນສະພາບການປະຕິວັດອຸດສາກໍາ 4.0, ບັນດາອົງການສື່ມວນຊົນ ກໍຖືກແກ້ງແຍ້ງກ່ຽວກັບຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ໂດຍສະເພາະ ແມ່ນບັນດາບໍລິສັດການສື່ສານ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ບັນດາຜົນງານ, ໄຊຊະນະໃນທຸກດ້ານຂອງປະເທດຊາດໃນໄລຍະຜ່່ານມາ ແມ່ນມີການປະກອບສ່ວນຢ່າງຕັ້ງໜ້າ ແລະ ສໍາຄັນຂອງສື່ມວນຊົນ, ເຊິ່ງເປັນຫົວໜ່ວຍນໍາໜ້າໃນວຽກງານປ້ອງກັນຕ້ານໄພຫຍໍ້ທໍ້, ການສໍ້ລາດບັງຫຼວງ, ການຟຸມເຟືອຍ ຢູ່ຫວຽດນາມ. 

 ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຂອງບັນດາຜູ້ທີ່ເຮັດງານສື່ມວນຊົນ, ຂອງສະມາຄົມ ນັກຂ່າວ ຫວຽດນາມ ໃນໄລຍະຜ່ານມາ, ທ່ານນາຍົກລັດຖະມົນປາດຖະໜາວ່າ ໃນໄລຍະຈະມາເຖິງ, ສື່ມວນຊົນຈະສືບຕໍ່ເປັນກຳລັງນຳໜ້າໃນບັນດາບັນຫາໃຫຍ່, ບັນດາໃໝ່ຂອງປະເທດຊາດ, ຂອງພັກ; ນຳໜ້າໃນການປົກປ້ອງພື້ນຖານຄຸນຄ່າຂອງປະເທດຊາດ. ທ່ານຖືວ່າ: ໄປພ້ອມກັບຄຸນຄ່າເບື້ອງຕົ້ນນັ້ນ, ບັນດາອົງການສື່ມວນຊົນຕ້ອງມີຄວາມສະດຸ້ງໄວ, ທັນການ, ຊັດເຈນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

ດ້ວຍເນື້ອໃນຈິດໃຈນັ້ນ, ສື່ມວນຊົນປະຕິວັດຕ້ອງສະແດງໃຫ້ເຫັນບັນດາບັນຫາທີ່ສຳຄັນຂອງສັງຄົມ, ນັ້ນຄື: ສ້າງແລະປົກປ້ອງລະບອບສັງຄົມນິຍົມ, ສ້າງສາປະເທດຊາດມີຄວາມຍຸດຕິທຳ, ປະຊາທິປະໄຕ, ສີວິໄລ, ຮັກສາວັດທະນະທຳຂອງຊາດ… ປະເທດຊາດຫວຽດນາມຈາກຄວາມທຸກຍາກອຶດຫິວ, ດ້ອຍພັດທະນາໄດ້ກາຍເປັນປະເທດມີລາຍຮັບປານກາງ. ອິດທິພົນຊື່ສຽງນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top