• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສົ່ງຈົດໝາຍຮຽກຮ້ອງໃຫ້ຮ່ວມແຮງຮ່ວມໃຈແກ້ໄຂບັນຫາສິ່ງເສດເຫຼືອພຣາດສະຕິກ

      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຂຽນຈົດໝາຍຮຽກຮ້ອງໃຫ້ຮ່ວມແຮງຮວ່ມໃຈມີການກະທໍາ ເພື່ອ ຫວຽດນາມ - ດໍາລົງຊີວິດສິ່ງແວດລ້ອມທີ່ສົດໃສ, ປອດໄພ ແລະ ພັດທະນາແບບຍືນຍົງ, ແກ້ໄຂບັນຫາສິ່ງແວດລ້ອມເປັນມົນລະພິດຍ້ອນສິ່ງເສດເຫຼືອພຣາດສະຕິກ”.
            ໃນຈົດໝາຍ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ການແກ້ໄຂສະພາບມົນລະພິດສິ່ງແວດລ້ອມ ຍ້ອນສິ່ງເສດເຫຼືອພຣາດສະຕິກກໍ່ຂຶ້ນ ແມ່ນໜ້າທີ່ອັນຮີບດ່ວນ, ຮຽກຮ້ອງຕ້ອງມີການປະຕິບັດເປັນປະຈໍາ, ມີການເຂົ້າຮ່ວມຂອງຂະແໜງການຂັ້ນຕ່າງໆ ແລະ ຂອງທົ່ວສັງຄົມ.  ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ປະຊາຊົນ ຫວຽດນາມ ທຸກຄົນ ຈົ່ງຮ່ວມແຮງຮ່ວມໃຈກັນມີການກະທໍາແກ້ໄຂບັນຫາສິ່ງເສດເຫຼືອພຣາດສະຕິກ. ແຕ່ລະອົງການ, ຫົວໜ່ວຍໃນທັງລະບົບການເມືອງ, ປະຊາຄົມວິສາຫະກິດ ແລະ ປະຊາຊົນ ຄວນປະຕິບັດວຽກງານໂຄສະນາເຜີຍແຜ່ເປັນຢ່າງດີ, ຍົກສູງໜ້າທີ່ຄວາມຮັບຜິດຊອບ, ປຸກລະດົມບັນດາຂະບວນການ, ສ້າງຕັ້ງ, ທະວີຄູນບັນດາຮູບແບບ, ສະເໜີບັນດາຂໍ້ລິເລີ່ມ ແລະ ຕັ້ງໜ້າເຂົ້າຮ່ວມ ຜ່ານບັນດາການກະທໍາລະອຽດ; ຍ້ອງຍໍ, ຊົມເຊີຍ ບັນດາແບບຢ່າງດີເດັ່ນກ້າວໜ້າ, ຮູບແບບທີ່ດີ, ວິທີີເຮັດທີ່ດີ ແລະ ຂໍ້ລິເລີ່ມທີ່ມີຄຸນຄ່າ.  
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຕອນບ່າຍວັນທີ 11 ຕຸລາ, ເທດສະການວັດທະນະທຳ ແລະ ອາຫານການກິນ ອາຊຽນ 2025 (ASEAN Bazaar 2025) ໄດ້ດຳເນີນຢູ່ນະຄອນຫຼວງ New Delhi ຂອງ ອິນເດຍ.

Top