• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຕ້ອນຮັບເອກອັກຄະລັດຖະທູດໄທ

      ຫວຽດນາມ ແລະ ໄທ ແມ່ນຄູ່ຮ່ວມມືຍຸດທະສາດ, ສະນັ້ນ 2 ປະເທດຄວນເພີ່ມທະວີການຮ່ວມມື, ໂດຍສະເພາະແມ່ນດ້ານການຄ້າ ແລະ ການລົງທຶນ, ໃນນັ້ນບົດບາດຂອງເອກອັກຄະລັດຖະທູດແມ່ນມີຄວາມໝາຍສຳຄັນທີ່ສຸດ.

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຕ້ອນຮັບເອກອັກຄະລັດຖະທູດໄທ ທານີ ແສງຣັດ
(ພາບ: TTXVN)
      ຕອນບ່າຍວັນທີ 13 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດໄທ ປະຈຳຫວຽດນາມ ທານີ ແສງຣັດ ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, ຫວຽດນາມ ແລະ ໄທ ແມ່ນຄູ່ຮ່ວມມືຍຸດທະສາດ, ສະນັ້ນ 2 ປະເທດຄວນເພີ່ມທະວີການຮ່ວມມື, ໂດຍສະເພາະແມ່ນດ້ານການຄ້າ ແລະ ການລົງທຶນ, ໃນນັ້ນບົດບາດຂອງເອກອັກຄະລັດຖະທູດແມ່ນມີຄວາມໝາຍສຳຄັນທີ່ສຸດ. ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກຍູ້ແຮງການສົ່ງອອກໄປຍັງ ໄທ, ກ້າວໄປເຖິງຄວາມດຸ່ນດ່ຽງດ້ານການຄ້າ. ຫວຽດນາມ ສົ່ງເສີມ ແລະ ສ້າງທຸກເງື່ອນໄຂດີທີ່ສຸດໃຫ້ແກ່ບັນດາວິສາຫະກິດ, ນັກລົງທຶນໄທ ທຳມາຫາກິນປະສົບຜົນສຳເລັດຢູ່ຫວຽດນາມ; ສະເໜີໃຫ້ໄທ ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດຫວຽດນາມ ໄປຊອກຫາກາລະໂອກາດ, ຊຸກຍູ້ການລົງທຶນຢູ່ໄທ.
          ສ່ວນທ່ານເອກອັກຄະລັດຖະທູດ ທານີ ແສງຣັດ ໄດ້ກຳນົດໜ້າທີ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດແມ່ນມີຄວາມສຳຄັນຍິ່ງສຳລັບທ່ານ, ນອກຈາກດ້ານການຄ້າ, ການລົງທຶນແລ້ວ ແມ່ນການຊຸກຍູ້ການພົວພັນແລກປ່ຽນປະຊາຊົນ. ທ່ານເອກອັກຄະລັດຖະທູດກໍ່ປາດຖະໜາວ່າ, 2 ປະເທດຈະສືບຕໍ່ຮ່ວມມືກັນດ້ານຄວາມໝັ້ນຄົງ, ເພີ່ມທະວີການຮ່ວມມືທາງບົກ, ທາງທະເລຢ່າງແໜ້ນແຟ້ນ…
 (ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top