• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ແຂ່ງຂັນຮັກຊາດຕ້ອງສ້າງກຳລັງຫນູນໃຫມ່

      ຕອນເຊົ້າວັນທີ 20 ກຸມພາ ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປະທານສະພາແຂ່ງຂັນຍ້ອງຍໍສູນກາງ ໄດ້ເປັນປະທານກອງປະຊຸມປະເມີນຜົນການປະຕິບັດຫນ້າທີ່ວຽກງານປີ 2019 ບັນດາຫນ້າທີ່ຈຸດສຸມໃນປີ 2020.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ
ພາບ:VGP/Quang Hieu
      ທ່ານນາຍົກລັດຖະມົນຕີ ຕີລາຄາສູງຄຸນນະພາບບັນດາຂະບວນການແຂ່ງຂັນຮັກຊາດ  ໄດ້ປະກອບສ່ວນໂດຍກົງເຂົ້າໃນໝາກຜົນຊື່ງປະເທດຊາດບັນລຸໄດ້ໃນປີ 2019 ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈໃຫ້ປະຊາຊົນຕໍ່ກັບພັກ, ລັດ, ຍົກສູງແຫລ່ງກຳລັງແຮງດ້ານເສດຖະກິດ, ຊີວິດການເປັນຢູ່ຂອງປະຊາຊົນ, ອິດທິພົນຊື່ສຽງຂອງຫວຽດນາມຕໍ່ກັບສາກົນ. ກ່ຽວກັບຫນ້າທີ່ຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ນຳບັນດາຂະບວນການແຂ່ງຂັນຮັກຊາດ ຕ້ອງສືບຕໍ່ມີການປ່ຽນໃຫມ່:
ທີຫນຶ່ງ ແມ່ນຈັດຕັ້ງການປຸກລະດົມບັນດາຂະບວນການແຂ່ງຂັນ, ຮີບເຮັ່ງຈັດຕັ້ງບັນດາຂະບວນການແຂ່ງຂັນ, ທະວີຄູນຂະບວນການແຂ່ງຂັນ. ທີສອງ ຕ້ອງປະຕິບັດເປົ້າໝາຍພັດທະນາເສດຖະກິດ ສັງຄົມ, ຮັກສາສະຖຽນລະພາບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຮັບປະກັນທຸກດ້ານໃນຊີວິດສັງຄົມ ບໍ່ປະໃຫ້ອຶດອັກຊັກຊ້າ. ນີ້ແມ່ນຫນ້າທີ່ຂອງທັງລະບົບການເມືອງ, ຮຽກຮ້ອງຕ້ອງມີນ້ຳໃຈຮັກຊາດ ມີຄວາມຕັດສິນໃຈຢ່າງສູງກວ່າຈຶ່ງບັນລຸໄດ້
(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top