• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ

      ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີຟິລິບປິນ Rodrigo Duterte, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຖືກດຳເນີນຢູ່ນະຄອນຫຼວງ ມານີລາ, ປະເທດຟິລິບປິນ ໃນລະຫວ່າງວັນທີ 12 – 14 ພະຈິກ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ
(ພາບປະກອບ)
      ທີ່ກອງປະຊຸມສຸດຍອດອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືຄັ້ງນີ້, ການນຳບັນດາປະເທດອາຊຽນ ຈະສຸມໃສ່ປຶກສາຫາລືກ່ຽວກັບທິດທາງ ແລະ ມາດຕະການເພີ່ມທະວີການຮ່ວມສຳພັນ, ຫັນວິໄສທັດປະຊາຊົນອາຊຽນ 2025 ໃຫ້ປະກົດຜົນເປັນຈິງ. ຈາກນັ້ນ, ສົ່ງສານກ່ຽວກັບອາຊຽນ ແຫ່ງສັນຕິພາບ, ສະຖຽນລະພາບ ແລະເຂັ້ມແຂງດ້ວຍຕົນເອງ; ເປັນພາກພື້ນເປີດກວ້າງກັບພາຍນອກ ໃນປະຊາຄົມບັນດາປະເທດທົ່ວໂລກ.
        ກໍ່ທີ່ມານີລາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເຂົ້າຮ່ວມກອງປະຊຸມສຸດຍອດແມ່ຂອງ - ຍີ່ປຸ່ນ ຄັ້ງທີ 9 ໂດຍທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ເປັນປະທານ. ກອງປະຊຸມຈະຕີລາຄາສະພາບການປະຕິບັດແຜນການກະທຳ ຜັນຂະຫຍາຍຍຸດທະສາດ ໂຕກຽວ 2015 ແລະ ປຶກສາຫາລືບັນດາທິດທາງຮ່ວມມືແມ່ຂອງ - ຍີ່ປຸ່ນ ໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top