• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມປະຈຳປີເວທີປາໄສເສດຖະກິດໂລກ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳ​ປີ ເວ​ທີ​ປາ​ໄສ
​ເສດ​ຖະ​ກິດ​ໂລກ
      ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ Klaus Schwab, ປະ​ທານ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ, ວັນ​ທີ 17/1, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳ​ປີ ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ ຢູ່ Davos ປະ​ເທດ ສະ​ວິດ ແຕ່​ວັນ​ທີ 17-21/1/2017. ດ້ວຍ​ຫົວ​ຂໍ້ “ການ​ນຳ​ເປັນ​ເຈົ້າ​ການ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ”,  ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ປີ 2017 ຄາດ​ວ່າ ຈະ​ມີ​ວາ​ລະ​ປຶກ​ສາ​ຫາ​ລືກວ່າ 300 ຄັ້ງ ກ່ຽວ​ກັບ​ບັນ​ດາ​ໝວດ​ບັນ​ຫາ: ຍົກ​ສູງ​ການ​ຄຸມ​ຄອງ​ທົ່ວ​ໂລກ; ຮັບ​ມື​ກັບ​​​ສະ​ພາບຂາດ​ຄວາມ​ໝັ້ນ​ຄົງ ແລະ ກໍ່​ການ​ຮ້າຍ; ຊຸກ​ຍູ້​ການ​ພັດ​ທະ​ນາ​ກວມ​ລວມ ແລະ ຍືນ​ຍົງ​ໃນ​ສະ​ພາບ​ການ​ເສ​ດ​ຖະ​ກິດ​ໂລກ​ເຕີບ​ໂຕ​ຢ່າງ​ຊັກ​ຊ້າ; ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິ​ດ​ຄືນ​ໃຫ​ມ່ ແລະ ການ​ປະ​ຕິ​ຮູ​ບ​ສັງ​ຄົມ​ຢູ່​ບັນ​ດາ​ປະ​ເທດ​ ແລະ ພາກ​ພື້ນ; ແລະ ການ​ພັດ​ທະ​ນາ​ບັນ​ດາ​ລະ​ບົບ​ອຸດ​ສາ​ຫະ​ກຳ ແລະ ຮູບ​ແບບ​ທຸ​ລະ​ກິດ​ໃຫມ່​ໃນ​ສະ​ພາບ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4.
      ເຂົ້າ​ຮ່ວມກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຈະ​ສືບ​ຕໍ່​ສົ່ງ​ສານ​ຢ່າງ​ແຮງ​ກ່ຽວ​ກັບ​ແງ່​ຫວັງ​ເສດ​ຖະ​ກິດ​ຫວຽດ​ນາມ, ບັນ​ດາ​ຄວາມ​ຕັດ​ສິນ​ໃຈ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ການ​ປ່ຽນ​ໃຫ​ມ່ຂອງ ປະ​ເທດ​ຊາດ​ຢ່າງ​ຮອບ​ດ້ານ​ ແລະ ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ​​ເຊື່ອມ​ໂຍງເຂົ້າ​ກັບ​ສາ​ກົນ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ລັດ​ຖະ​ບານ​​ແຫ່ງການ​ກະ​ທຳ ແລະ ສ້າງ​ສາ​ພັດ​ທະ​ນາ​ຂອ​ງ​ຫວຽດ​ນາມ​ໃຫ້​ເໝາະ​ສົມກັບ​ຫົວ​ຂໍ້​ຂອງກອງ​ປະ​ຊຸມນັ້ນ​ແມ່ນ “ການ​ນຳ​ເປັນ​ເຈົ້າ​ການ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ”. ກອງ​ປະ​ຊຸມ​ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຫວຽດນາມ ໂຄ​ສະ​ນາ​ກ່ຽວ​ກັບ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ຖາ​ນະ​ຕຳ​ແຫນ່ງ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ APEC 2017 ເພື່ອ​ດຶງ​ດູດ​ຄວາມ​ສົນ​ໃຈ ແລະ ສະ​ຫນັບ​ສະ​ຫນູນ​ຈາກ​ປະ​ຊາ​ຄົມ​ສາ​ກົນ​ສຳ​ລັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ປີ APEC 2017. 
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top