• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີການຕ່າງປະເທດອິນໂດເນເຊຍ

      ຕອນບ່າຍວັນທີ 17 ເມສາ ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານນາງ Retno Marsudi, ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ເປັນປະທານຮ່ວມກອງປະຊຸມຄັ້ງທີ 3 ຄະນະກຳມະການຮ່ວມມືສອງຝ່າຍ ຫວຽດນາມ -ອິນໂດເນເຊຍ. 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບທ່ານນາງລັດຖະມົນຕີການຕ່າງປະເທດອິນໂດເນເຊຍ Retno Marsudi
ພາບ:chinhphu.vn
      ນະທີ່ນີ້ ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ສະເຫນີ ໄລຍະຈະມາເຖິງ, ການນຳຂັ້ນສູງສອງປະເທດ ສືບຕໍ່ຮັກສາການຢ້ຽມຢາມເຊິ່ງກັນ ແລະກັນ, ເປັນພື້ນຖານເພື່ອຊຸກຍູ້ການພົວພັນແລກປ່ຽນດ້ານການຄ້າລະຫວ່າງສອງປະເທດກວ່າອີກ, ບັນລຸຄາດໝາຍ 10 ຕື້ USD ໂດຍໄວ ແລະ ລັດຖະບານສອງປະເທດສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນສອງປະເທດ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ ຫວຽດນາມ ແລະ ອິນໂດເນເຊຍ ແມ່ນບັນດາຄູ່ຮ່ວມມືດ້ານການຄ້າໃຫຍ່ຂອງກັນ ແລະ ເຊື່ອໝັ້ນວ່າ ວົງເງິນການຄ້າສອງສົ້ນສືບຕໍ່ເຕີບໂຕຢ່າງແຮງໃນໄລຍະຈະມາເຖິງ ແລະ ຈະບັນລຸລະດັບ 10 ຕື້ USD. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ຫວຽດນາມ ມີຄວາມປາດຖະຫນາຢາກຮ່ວມມືກັບ ອິນໂດເນເຊຍ ໃນຫລາຍຂົງເຂດອື່ນ, ຫວຽດນາມ ພວມຍູ້ແຮງການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ແລະ ປາດຖະຫນາຢາກບັນດານັກລົງທຶນຕ່າງປະເທດເປີດກວ້າງການລົງທຶນຢູ່ຫວຽດນາມ, ໃນນັ້ນ ມີບັນດານັກລົງທຶນອິນໂດເນເຊຍ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top