• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ກົນໄກອາຊຽນ+3ຄວນນຳການຮ່ວມມືເຂົ້າການເຕີບໂຕເສດຖະກິດພາກພື້ນ

      ຕອນເຊົ້າວັນທີ 14 ພະຈິກ, ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31 ແລະ ບັນດາກອງປະຊຸມກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ +3 (ຈີນ, ຍີ່ປຸ່ນ, ສເກົາຫລີ).
 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ+3
      ນະທີ່ນີ້, ບັນດາການນຳໄດ້ຮັບຮອງເອົາ “ຖະແຫລງການ ມານີລາ ກ່ຽວກັບການສະເຫລີມສະຫລອງ 20 ປີແຫ່ງວັນຮ່ວມມື ອາຊຽນ + 3” ເພື່ອແນໃສ່ທົບທວນຄືນບັນດາຜົນງານທີ່ບັນລຸໄດ້, ຢືນຢັນ ຄຳໝັ້ນສັນຍາສືບຕໍ່ເພີ່ມທະວີການຮ່ວມມືທຸກດ້ານໃນບັນດາຂົງເຂດເສດຖະກິດ, ການເງິນ, ວັດທະນະທຳສັງຄົມ, ຍູ້ແຮງການພົບປະປະຊາຊົນ, ເຊື່ອມຕໍ່ວິສາຫະກິດ ແລະ ມຸ່ງໄປເຖິງເປົ້າໝາຍສ້າງປະຊາຄົມອາຊີຕາເວັນອອກ.
      ບັນດາການນຳ ຈີນ, ຍີ່ປຸ່ນ, ສເກົາຫລີ ຢືນຢັນຄຳໝັ້ນສັນຍາດ້ວຍການຮ່ວມມືພາກພື້ນ, ການຄ້າເສລີ, ພັດທະນາເສດຖະກິດດີຈີຕອນ, ເຊື່ອມຕໍ່ພື້ນຖານໂຄງລ່າງ ແລະ ປາດຖະຫນາຢາກສິ້ນສຸດການເຈລະຈາສັນຍາຄູ່ຮ່ວມມືຮອບດ້ານພາກພື້ນໂດຍໄວ, ສະຫນັບສະຫນູນບົດບາດໃຈກາງຂອງ ອາຊຽນ ແລະ ສືບຕໍ່ຫນູນຊ່ວຍ ອາຊຽນຜັນຂະຫຍາຍວິໄສທັດປະຊາຄົມ 2025 ຢ່າງມີປະສິດທິຜົນ.
ເນື່ອງໃນໂອກາດນີ້, ການນຳບັນດາປະເທດກໍ່ໄດ້ຮັບຮອງເອົາເອກະສານອື່ນສະບັບຫນຶ່ງ ນັ້ນແມ່ນ “ຖະແຫລງການຂອງການນຳ ອາຊຽນ +3 ກ່ຽວກັບການຄ້່ຳປະກັນດ້ານສະບຽງອາຫານ” ແລະ ຮັບຮູ້ເອກະສານ 2 ສະບັບ ລວມມີ “ບົດລາຍງານວິວັດການຜັນຂະຫຍາຍແຜນການດຳເນີນງານການຮ່ວມມື ອາຊຽນ +3” ແລະ “ແຜນການດຳເນີນງານການຮ່ວມມືເສດຖະກິດ ອາຊຽນ +3” ຊື່ງໄດ້ຮັບການຮັບຮອງເອົາຈາກບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ +3 ໃນເດືອນສິງຫາປີ 2017.
      ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ກົນໄກ ອາຊຽນ +3 ຄວນນຳການຮ່ວມມືເຂົ້າໃນການເຕີບໂຕເສດຖະກິດພາກພື້ນ ແລະຮຽກຮ້ອງບັນດາປະເທດສະມາຊິກ ອາຊຽນ +3 ຍູ້ແຮງການຮ່ວມມືໃນການຮັບມືກັບອາດຊະຍາກຳຂ້າມຊາດ, ການປ່ຽນແປງຂອງດິນຟ້າອາກາດ, ການຄຸ້ມຄອງໄພທຳມະຊາດ ແລະ ໂລກພະຍາດ. 
 (ແຫຼ່ງຄັດຈາກ VOV)
      


10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top