• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດການເງິນ Sumitomo Mitsui

ການລົງທຶນຂອງຍີ່ປຸ່ນ ຢູ່ຫວຽດນາມ ພວມພັດທະນາຢ່າງແຮງ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ທ່ານ Koichi Miyata ປະທານກຸ່ມບໍລິສັດການເງິນ Sumitomo Mitsui ທັງເປັນປະທານທະນາຄານ Sumitomo Mitsui (ພາບ:VGP)

ທີ່ການຕ້ອນຮັບ ທ່ານ Koichi Miyata ປະທານກຸ່ມບໍລິສັດການເງິນ Sumitomo Mitsui ( SMFG) ທັງເປັນປະທານທະນາຄານ Sumitomo Mitsui (SMBC) ຂອງຍີ່ປຸ່ນ ເຊິ່ງດໍາເນີນໃນຕອນບ່າຍວັນທີ 22 ພະຈິກ, ທ່ານ Koichi Miyata ຢັ້ງຢືນວ່າ ກຸ່ມບໍລິສັດ ຍາມໃດກໍຮ່ວມເດີນທາງກັບການພັດທະນາຂອງຫວຽດນາມ ແລະ ປາດຖະໜາ ຢາກໃຫ້ທະນາຄານເປີດກວ້າງການສະໜອງທຶນບຸລິມະສິດໃຫ້ແກ່ຫວຽດນາມ, ເປັນຕົ້ນແມ່ນ ຂົງເຂດພັດທະນາພື້ນຖານໂຄງລ່າງ; ເຂົ້າຮ່ວມວິວັດການດໍາເນີນທຸລະກິດຢູ່ຫວຽດນາມ ໃຫ້ເລິກເຊິ່ງຕື່ມອີກ. ທ່ານຫວັງວ່າ ຈະໄດ້ຮັບຄວາມເອົາໃຈໃສ່, ຊ່ວຍເຫຼືອຂອງລັດຖະບານ, ນາຍົກລັດຖະມົນຕີ, ບັນດາກະຊວງ, ຂະແໜງການຂອງຫວຽດນາມ.

        ສ່ວນທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖືວ່າ ການລົງທຶນຂອງຍີ່ປຸ່ນ ຢູ່ຫວຽດນາມ ພວມພັດທະນາຢ່າງແຮງ, ພ້ອມກັນນັ້ນ ທະນາຄານ SMBC ໄດ້ເຂົ້າຮ່ວມຈັດແບ່ງເງິນລົງທຶນໃຫ້ບັນດາໂຄງການສໍາຄັນ ຮັບໃຊ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ, ຜ່ານນັ້ນປະກອບສ່ວນແທດຈິງ, ລະອຽດເຂົ້າໃນການພັດທະນາ, ປັບປຸງການພົວພັນມິດຕະພາບ ແລະຮ່ວມມືລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ SMBC ຈະສືບຕໍ່ເປີດກວ້າງການເຄື່ອນໄຫວ ລົງທຶນຢູ່ຫວຽດນາມ ໃຫ້ຫຼາຍກວ່າອີກ. ທ່ານນາຍົກລັດຖະມົນຕີສະເໜີວ່າ SMFG  ແລະ SMBC ຄວນເສີມຂະຫຍາຍບົດບາດ ເປັນຂົວເຊື່ອມຕໍ່, ສົ່ງເສີມບັນດາວິສາຫະກິດ ຍີ່ປຸ່ນ ເຂົ້າມາລົງທຶນຢູ່ຫວຽດນາມ, ຜ່ານນັ້ນ ສືບຕໍ່ ປະກອບສ່ວນສໍາຄັນ ເຂົ້າໃນການເພີີ່ມທະວີການພົວພັນຮ່ວມມືອັນດີງາມ, ຮອບດ້ານ ຫວຽດນາມ - ຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີ ກໍປາດຖະໜາວ່າ ຍີ່ປຸ່ນ ຈະຍູ້ແຮງການລົງທຶນເຂົ້າຫວຽດນາມ ຕື່ມອີກ, ບືນຕົວຂຶ້ນ ເປັນນັກລົງທຶນຕ່າງປະເທດໃຫຍ່ທີ່ສຸດຢູ່ຫວຽດນາມ.

(ແຫຼ່ງຄັດຈາກ VOV)


ມີ​​ກ່​ວາ 2 ລ້ານຄຳ​ຖາມ​ໄດ້​ສົ່ງ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໃນ​ການ​ປະ​ຊຸມ​ຂ່າວ​ທ້າຍ​ປີ

ມີ​​ກ່​ວາ 2 ລ້ານຄຳ​ຖາມ​ໄດ້​ສົ່ງ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໃນ​ການ​ປະ​ຊຸມ​ຂ່າວ​ທ້າຍ​ປີ

ທ່ານປະທານາທິບໍດີ Putin ຢືນຢັນວ່າ ເສດຖະກິດ ລັດເຊຍ ສືບຕໍ່ຮັກສາຄວາມສະຖຽນລະພາບ ໃນສະພາບການສາກົນສັບສົນ.

Top