• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຮ່ວມວາລະປະຊຸມຄະນະຊີ້ນຳປະຕິບັດໂຄງການເປົ້າໝາຍແຫ່ງຊາດ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຮຽກຮ້ອງຕ້ອງມີການລວບລວມໃນການປະສານງານລວມຂອງທັງ 4 ໂຄງການເປົ້າໝາຍແຫ່ງຊາດ ເພື່ອສ້າງກຳລັງໜູນພັດທະນາລວມ
  ທີ່ວາລະປະຊຸມ. (ພາບ: VNA)  

ຕ້ອງ​ສຸມ​ໃສ່​ປະ​ຕິ​ບັດ 4 ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ຢ່າງ​ຂ້​ຽວ​ຂາດ, ແ​ທ້​ຈິງ, ມີ​ປ​ະ​ສິດ​ທີ​ຜົນ​ກວ່າ​ອີ​ກ. ນັ້ນ​ແມ່ນ​ຄຳ​ຮຽກ​ຮ້ອງ​ຂອງ​ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ ທີ່​ວາ​ລະ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ຄັ້ງ​ທີ 1 ພາຍ​ຫຼັງ​ບູ​ລະ​ນະ​ໃຫ້​ສົມ​ບູນ​ແບບ, ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 09 ກໍ​ລະ​ກົດ, ຢູ່ ຮ່າ​ໂນ້ຍ.

ທີ່​ວາ​ລະ​ປະ​ຊຸມ​, ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ເລ​ມິນ​ຮຶງ ຮຽກ​ຮ້ອງ​ຕ້ອງ​ມີ​ການ​ລວບ​ລວມ​ໃນ​ການ​ປະ​ສານ​ງານ​ລ​ວມ​ຂອງ​ທັງ 4 ໂຄງ​ການເປົ້າ​ໝາຍ​ແຫ່ງ​ຊາດ ເພື່ອ​ສ້າງ​ກຳ​ລັງ​ໜູນ​ພັດ​ທະ​ນາ​ລວມ, ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ບໍ​ລິ​ເວນ​​​ຊົນ​ນະ​ບົດ​ເຂດພູ​ດອຍ, ເຂດ​ຊາວຊົນ​ເຜົ່າ​ສ່ວນ​ໜ້ອຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ເນັ້ນ​ໜັກ​ເປັນ​ພິ​ເສດ​ເຖິງ​ການ​ຄົ້ນ​ຄວ້າ​ການສັບ​ຊ້ອນເຂົ້າ​ກັນ, ​ປະ​ມວນ​ບັນ​ດາ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ຕາມ​ທິດ​ປະ​ມວນ​ຕ້ອງ​ແ​ທ້​ຈິງ.

“ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ໃໝ່​ຕ້ອງ​​ປະ​ມວນ​ພື້ນ​ຖານ​ເຮັດ​ແຈ້ງ​ເປົ້​າ​ໝາຍ​ຂອງ​ແຕ່​ລະ​ເນື້ອ​ໃນ: ຊົນ​ນະ​ບົດ​ໃໝ່, ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ, ຊົນ​ເຜົ່າ​ສ່ວນ​ໜ້ອຍ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ… ຕ້ອງ​​ປະ​ມວນ​ບັນ​ດາ​ເປົ້າ​ໝາຍ​ເຂົ້າ​ກັນ. ເນື້ອ​ໃນ​ໃດ​ທີ່​ສັບ​ຊ້ອນ​​ເຂົ້າ​ກັນໄດ້, ເນື້ອ​ໃນ​ໃດ​ຕ້ອງ​ສ້າງ​ເປັນ​ລະ​ອຽດ, ຍ້ອນ​ມີ​ບັນ​ດາ​ເນື້ອ​ໃນ​ທີ່​​ທັບ​ຊ້ອນ​ກັນ​ແມ່ນ​ຕ້ອງ​ສັບ​ຊ້ອນ​ເຂົ້າກັນ. ທີ 2, ​ໝວດໜ້າ​ທີ່ມາດ​ຕະ​ການ​​ຂຶ້ນ​ກັບ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ກະ​ຊວງ​ໃດ, ກະ​ຊວງນັ້ນ ​ຕ້ອງ​ຕິດ​ຕາມ​ການ​ປະ​ຕິ​ບັດ​ຕໍ່​ໄປ”.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີກໍ່​ຮຽກ​ຮ້ອງວ່າ ຊ້າ​ສຸດ​ໃນ​ເດືອນ ກໍ​ລະ​ກົດ 2026 ບັນ​ດາ​ກະ​ຊວງ​ຕ້ອງ​ສ້າງ​ແຜນ​ການ​ຈັດ​ແບ່ງ​ແຫຼ່ງ​ທຶນ​ໄລ​ຍະ​ກາງ 2026 – 2030 ໃຫ້​ສຳ​ເລັດ.

(ແຫຼ໋ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຮ່ວມພິທີເລີ່ມນຳໂຮງໝໍມິດຕະພາບ ຫວຽດດຶກ ສາຂາ ນິງບິ່ງ ເຂົ້າເຄື່ອນໄຫວ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຮ່ວມພິທີເລີ່ມນຳໂຮງໝໍມິດຕະພາບ ຫວຽດດຶກ ສາຂາ ນິງບິ່ງ ເຂົ້າເຄື່ອນໄຫວ

ວຽກງານສົ່ງເສີມ ແລະ ຍົກສູງສຸຂະພາບໃຫ້ແກ່ປະຊາຊົນ ບໍ່ພຽງແຕ່ແມ່ນນະໂຍບາຍຮັບປະກັນຊີວິດສັງຄົມເທົ່ານັ້ນ, ຫາກຍັງແມ່ນພື້ນຖານສຳຄັນໃຫ້ແກ່ການພັດທະນາ.

Top