• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງມີຫົວປະດິດຄິດສ້າງ, ມີໄຫວພິມໃນການສ້າງກົດໝາຍ

ນີ້ແມ່ນວາລະປະຊຸມຄັ້ງທີ 2 ໃນເດືອນ ເມສາ ເພື່ອປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງກົດໝາຍຈຳນວນໜຶ່ງ ທີ່ຄາດວ່າຈະຍື່ນສະເໜີຕໍ່ສະພາແຫ່ງຊາດເພື່ອພິຈາລະນາ, ປະກອບຄຳເຫັນ.
(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານວາລະປະຊຸມຫົວເລື່ອງສະເພາະ)

ຕອນເຊົ້າວັນທີ 18 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານວາລະປະຊຸມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນ ເມສາ 2025. ນີ້ແມ່ນວາລະປະຊຸມຄັ້ງທີ 2 ໃນເດືອນ ເມສາ ເພື່ອປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງກົດໝາຍຈຳນວນໜຶ່ງ ທີ່ຄາດວ່າຈະຍື່ນສະເໜີຕໍ່ສະພາແຫ່ງຊາດເພື່ອພິຈາລະນາ, ປະກອບຄຳເຫັນທີ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ຈະມາເຖິງ.

        ຄາດວ່າ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ລັດຖະບານຈະຍື່ນສະເໜີຕໍ່ສະພາແຫ່ງຊາດເອກະສານ, ບົດລາຍງານ 63 ສະບັບ, ໃນນັ້ນ, ມີກົດໝາຍ ແລະ ມະຕິ 37 ສະບັບ. ນີ້ແມ່ນຈຳນວນເອກະສານຢ່າງໃຫຍ່ຫຼວງ, ມີຄວາມສຳຄັນທີ່ສຸດ, ສົ່ງຜົນສະທ້ອນເຖິງທຸກການເຄື່ອນໄຫວດ້ານເສດຖະກິດ - ສັງຄົມ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ:

        “ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນມີຄວາມເປັນເຈົ້າການ, ປະດິດຄິດສ້າງໃນວິວັດການສ້າງກົດໝາຍເປັນຢ່າງດີ. ເຖິງຢ່າງໃດກໍ່ຕາມ, ໃນວິວັດການຈັດການຜັນຂະຫຍາຍປະຕິບັດກົດໝາຍ, ພຶດຕິກຳຕົວຈິງໃນປະຈຸບັນຕ້ອງໄວ, ຕ້ອງສອດຄ່ອງ ແລະ ບັນລຸປະສິດທິຜົນຕິດຕາມເຫດການຢ່າງໃກ້ຊິດ. ຖ້າບໍ່ຄືແນວນັ້ນຈະຫຼ້າຫຼັງ, ຟາດໂອກາດ. ພວກເຮົາຕ້ອງມີຫົວຄິດປະດິດສ້າງ, ມີໄຫວພິບໃນວິວັດການຜັນຂະຫຍາຍ”.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບການນຳຫຼາຍປະເທດຢູ່ ລັດເຊຍ

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບການນຳຫຼາຍປະເທດຢູ່ ລັດເຊຍ

ໃນໂອກາດວັນໄຊຊະນະ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ພົບປະ 2 ຝ່າຍກັບການນຳ ຈີນ, ກຸຍບາ, ຢູເບກິດສະຖານ.

Top