• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມຫງວຽນຊວັນຟຸກຕ້ອນຮັບທ່ານເອກອັກຄະລັດຖະທູດເຢຍລະມັນ Christian Berger ເຂົ້າຢ້ຽມອຳລາສິ້ນສຸດອາຍຸການປະຕິບັດງານທາງການທູດ

ເຢຍລະມັນແມ່ນພື້ນຖານເສດຖະກິດທີ່ໃຫ່ຍທີ່ສຸດໃນເອີຣົບ, ແລະກໍ່ແມ່ນພື້ນຖານອຸດສະຫະກຳທີ່ທັນສະໄໝ, ມີບົດບາດສຳຄັນໃນເອີຣົບ.
 ທີ່ການຕ້ອນຮັບທ່ານChristian Berger ເອກອັກຄະລັດຖະທູດ ເຢຍລະມັນ ເຊິ່ງໄດ້ຈັດຂຶ້ນໃນຕອນບ່າຍວັນທີ 17 ກໍລະກົດ, ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມຫງວຽນຊັວນຟຸກໄດ້ຕີລາຄາສູງຕໍ່ທ່ານເອກອັກຄະລັດຖະທູດເຢຍລະມັນ Christian Bergerທີ່ໄດ້ມີຄວາມພະຍາຍາມ, ສຸດອົກສຸດໃຈ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ສາຍພົວພັນສອງປະເທດ. ທ່ານເອກອັກຄະລັດຖະທູດໄດ້ຕັ້ງໜ້າເຄື່ອນໄຫວຫຼາຍຢ່າງກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຫວຽດນາມໃນຕະຫຼອດອາຍຸການທີ່ປະຕິບັດງານຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫວຽດນາມຫງວຽນຊວັນຟຸກຕ້ອນຮັບທ່ານເອກອັກຄະລັດຖະທູດເຢຍລະມັນ Christian Berger (ພາບ: chinhphu.vn)

ທ່ານເອກອັກຄະລັດຖະທູດ Christian Berger ໃຫ້ຮູ້ວ່າໃນຕະຫຼອດອາຍຸການຂອງຕົນ, ໃນນາມສ່ວນຕົວ ຍາມໃດທ່ານກໍ່ໄດ້ມານະພະຍາຍາມເພື່ອຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຫວຽດນາມ-ເຢຍລະມັນ ແລະ ຖືວ່ານີ້ແມ່ນການພົວພັນທີ່ມີລັກສະນະທັນສະໄໝ, ມຸ້ງໄປສູ່ອະນາຄົດ, ທ່ານເອກອັກຄະລັດຖະທູດ Christian Berger ສະເໜີໃຫ້ສອງຝ່າຍຊຸກຍູ້ການສ້າງຕັ້ງຫ້ອງການການຄ້າອຸດສະຫະກຳຮ່ວມລະຫວ່າງສອງປະເທດໂດຍໄວ, ໂດຍນັ້ນສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດສອງປະເທດເພີ່ມທະວີການຮ່ວມມື; ຄົ້ນຄ້ວາ, ສ້າງຕັ້ງຄະນະກຳມະການເສດຖະກິດປະສົມເພື່ອແລກປ່ຽນບັນດາກຳນົດທິດການຮ່ວມມືຍຸດທະສາດລະຫວ່າງສອງປະເທດ.

        ທ່ານນາຍົກລັດຖະມົນຕີຫງວຽນຊັວນຟຸກໄດ້ເຫັນດີກັບທ່ານເອກອັກຄະລັດຖະທູດກ່ຽວກັບທັດສະນະທີ່ຍົກອອກມາແລະຕີລາຄາວ່າ: ເຢຍລະມັນແມ່ນພື້ນຖານເສດຖະກິດທີ່ໃຫ່ຍທີ່ສຸດໃນເອີຣົບ, ແລະກໍ່ແມ່ນພື້ນຖານອຸດສະຫະກຳທີ່ທັນສະໄໝ, ມີບົດບາດສຳຄັນໃນເອີຣົບ, ສ່ວນຫວຽດນາມ-ເຢຍລະມັນກໍ່ແມ່ນຄູ່ຮ່ວມຍຸດທະສາດ.ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ເຢຍລະມັນຊ່ວຍເຫຼືອຫວຽດນາມໃນການພັດທະນາດ້ານອຸດສະຫະກຳ, ເຊິ່ງແມ່ນຂົງເຂດທີ່ເຢຍລະມັນປະສົບຜົນສຳເລັດທີ່ສຸດ. ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງເລື່ອງເຢຍລະມັນຍາມໃດກໍ່ໄດ້ໃຫ້ການສະໜັບສະໜູນທັດສະນະກ່ຽວກັບທະເລຕາເວັນອອກໃຫ້ມີສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມເສລີໃນການເດີນທະເລ, ການບິນຢູ່ ທະເລຕາເວັນອອກໃຕ້. ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມເຊື່ອໝັ້ນວ່າທ່ານເອກອັກຄະລັດຖະທູດຈະປະສົບຜົນສຳເລັດຫຼາຍຢ່າງໃນໜ້າທີ່ວຽກງານໃໝ່ ແລະຫວັງວ່າ,ບໍ່ວ່າຈະດຳລົງຕຳແໜ່ງໃດກໍ່ຕາມຍາມໃດ, ທ່ານເອກອັກຄະລັດຖະທູດກໍ່ຈະຕັ້ງໜ້າປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນອັນດີງາມລະຫວ່າງຫວຽດນາມແລະເຢຍລະມັນ.

(ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງກຸ່ມ​ເຂດ​ອະ​ນຸ​ສອນ​ສະ​ຖານ ແລະ ທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ - ຫວິງ​ງຽມ​, ກົນ​ເຊີນ, ກຽບ​ບາກ ເປັນ​ມໍ​ລະ​ດົກ​ວັດ​ທະ​ນ​ະ​ທຳ​ໂລກ

UNESCO ຮັບ​ຮອງກຸ່ມ​ເຂດ​ອະ​ນຸ​ສອນ​ສະ​ຖານ ແລະ ທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ - ຫວິງ​ງຽມ​, ກົນ​ເຊີນ, ກຽບ​ບາກ ເປັນ​ມໍ​ລະ​ດົກ​ວັດ​ທະ​ນ​ະ​ທຳ​ໂລກ

ກຸ່ມເຂດອະນຸສອນສະຖານ ແລະ ທັດສະນີຍະພາບ ອຽນຕື - ຫວິງງຽມ, ກົນເຊີນ, ກຽບບາກ ນອນຢູ່ບັນດາແຂວງ ກວາງນິງ, ບັກນິງ ແລະ ນະຄອນ ຫາຍຟ່ອງ ດ້ວຍຖືເອົາສາສະໜາພຸດ ນິກາຍ ຈຸກເລີມ ເປັນແກ່ນສານ - ໄດ້ຮັບການສ້າງຕັ້ງຂຶ້ນໃນສະຕະວັດທີ XIII ໂດຍບັນດາເຈົ້າຊີວິດຂອງລາດຊະວົງ ເຈິ່ນ.

Top