• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກສະເໜີໃຫ້ນັກຊ່ຽວຊານດ້ານເສດຖະກິດ ປະກອບແນວຄວາມຄິດເພື່ອດຶງດູດກະແສເງິນລົງທຶນ

      ຕອນເຊົ້າວັນທີ 9 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ, ປະທານສະພາໃຫ້ຄຳປຶກສານະໂຍບາຍການເງິນ ເງິນຕາແຫ່ງຊາດໄດ້ເປັນປະທານກອງປະຊຸມຂອງສະພາ ເພື່ອແນໃສ່ຕີລາຄາບັນດາໜ້າທີ່ທີ່ໄດ້ຜັນຂະຫຍາຍ ແລະ ວາງອອກບັນດາໜ້າທີ່ໃນໄລຍະຈະມາເຖິງ.

ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ, ປະທານສະພາໃຫ້ຄຳປຶກສານະໂຍບາຍການເງິນ ເງິນຕາແຫ່ງຊາດ
      ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີໄດ້ຍົກໃຫ້ເຫັນ ສະພາບການຕົວຈິງຂອງ ໂລກລະບາດ Covid -19 ທີ່ຍັງຜັນແປເກີດຂຶ້ນຢູ່ບັນດາປະເທດຄູ່ຮ່ວມມືໃຫຍ່ຂອງຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມຄວບຄຸມໂລກລະບາດໄດ້ໄວແມ່ນຍ້ອມມີນະໂຍບາຍຮັບມືທີ່ເໝາະສົມ, ມີລັດຖະນະໂຍບາຍຢ່າງທັນການ, ເຮັດໃຫ້ ບໍ່ມີຜູ້ຕິດເຊື້ອ Covid – 19 ໃນຊຸມຊົມໃນຮອບເວລາ 3 ເດືອນທີ່ຜ່ານມາ. ການເຕີບໂຕເສດຖະກິດໃນ 6 ເດືອນຕົ້ນປີ ບັນລຸໄດ້ ພຽງແຕ່ 1,81%, ເຖິງວ່າຢູ່ໃນລະດັບຕ່ຳໃນ 10 ປີທີ່ຜ່ານມາ ກໍ່ຕາມ ແຕ່ກໍ່ແມ່ນລະດັບສູງຂອງພາກພື້ນ. ສິ່ງນີ້ສະແດງໃຫ້ເຫັນວ່າ ໄດ້ປະຕິບັດເປົ້າໝາຍຄວບຄູ່ຢ່າງມີປະສິດທິຜົນ, ທັງຄວບຄຸມໂລກລະບາດ, ທັງບໍ່ປະໃຫ້ພື້ນຖານເສດຖະກິດຢຸດສະງັກ, ພ້ອມທັງສືບຕໍ່ຮັບປະກັນຊີວິດສັງຄົມ.
ກ່່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານຊີ້ແຈ້ງວ່າ:
        ຄວນມີນະໂຍບາຍໃໝ່, ເປັນເຈົ້າການກວ່າອີກ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ພັກ, ປະຊາຊົນ ກວ່າອີກ. ທໍາອິດແມ່ນຍົກສູງນໍ້າໃຈຄວາມຮັບຜິດຊອບ, ຄວບຄຸມຢ່າງແໜ້ນແຟ້ນ, ບໍ່ປະໃຫ້ໂລກລະບາດລະເບີດຄືນໃໝ່. ນີ້ໄດ້ຮັບຖືວ່າ ແມ່ນເງື່ອນໄຂຕັດສິນຊີ້ຂາດ. ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງລ້ວນແຕ່ຕ້ອງມີຄວາມຮັບຜິດຊອບຢ່າງໃຫຍ່ຫຼວງ, ໃນນັ້ນ ສະພາໃຫ້ຄໍາປຶກສາຕ້ອງມີຄວາມຮັບຜິດຊອບສະເໜີມາດຕະການແກ້ໄຂ. ເພາະສະນັ້ນ, ຕ້ອງຕິດຕາມການຜັນແປຂອງຕະຫຼາດສາກົນ, ຕະຫຼາດພາຍໃນປະເທດເປັນປະຈໍາ ແລະ ມີນະໂຍບາຍຮັບມືຢ່າງເໝາະສົມ, ທັນການ”.
        ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາສະມາຊິກໃນສະພາຍົກອອກວິທີການເພື່ອສືບຕໍ່ຍູ້ແຮງການປະຕິບັດລະບອບລະບຽບການໃຫ້ສົມບູນແບບ, ສ້າງຄວາມສະດວກໃຫ້ແກ່ການພັດທະນາ. ພ້ອມກັນນັ້ນແມ່ນ ສະເໜີກົນໄກນະໂຍບາຍເພື່ອຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ເສດການຖະກິດດີຈີຕອນ, ຮູບການດຳເນີນທຸລະກິດໃໝ່ຄືເສດຖະກິດກາງຄືນ, ແບ່ງປັນ, ການຊຳລະເອເລັກໂຕນິກ.
 (ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top