• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຮັດວຽກກັບ ກອງບັນຊາການຕຳຫຼວດທະເລ ຫວຽດນາມ

      ຕອນເຊົ້າວັນທີ 11 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ເຈືອງຮວາບິ່ງ ໄດ້ເຮັດ ວຽກກັບກອງບັນຊາການຕຳຫຼວດທະເລ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ໄດ້ແລກປ່ຽນໂດຍກົງທາງເຄືອຂ່າຍອິນເຕີແນັດກັບພະນັກງານ,
ນັກຮົບຢູ່ບັນດາກ່ຳປັ່ນທີ່ພວມປະຕິບັດໜ້າທີ່ຢູ່ທະເລ (ພາບ:  VGP)
      ກ່ອນດຳເນີນການເຮັດວຽກ, ຢູ່ສຳນັກງານກອງບັນຊາການຕຳຫຼວດທະເລ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ໄດ້ແລກປ່ຽນໂດຍກົງທາງເຄືອຂ່າຍອິນເຕີແນັດຜ່ານລະບົບດາວທຽມກັບພະນັກງານ, ນັກຮົບຢູ່ບັນດາກ່ຳປັ່ນທີ່ພວມປະຕິບັດໜ້າທີ່ຢູ່ທະເລ. ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ພະນັກງານ, ນັກຮົບປະຕິບັດວຽກງານ, ລະບຽບວິໄນໃຫ້ເປັນຢ່າງດີ, ປະຕິບັດໜ້າທີ່ຈົນສຸດຄວາມສາມາດຂອງຕົນ, ຮຽກຮ້ອງໃຫ້ຜູ້ບັນຊາບັນດາກ່ຳປັ່ນ ແລະ ກຳລັງຕຳຫຼວດທະເລເອົາໃຈໃສ່, ເບິ່ງແຍງດູແລເຖິງຊີວິດການເປັນຢູ່ຂອງພະນັກງານ, ນັກຮົບ, ຮັບປະກັນສຸຂະພາບເພື່ອປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ດີທີ່ສຸດ.
        ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຮັດວຽກກັບການນຳກອງບັນຊາການຕຳຫຼວດທະເລ. ເພື່ອມອບໜ້າທີ່ຢ່າງລະອຽດໃຫ້ແກ່ກຳລັງຕຳຫຼວດທະເລ ຫວຽດນາມໃນໄລຍະຈະມາເຖິງ. ທ່ານນານຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ດ້ວຍໜ້າທີ່ຂອງຕົນ. ກຳລັງຕຳຫຼວດທະເລໄດ້ສຸມໃສ່ຊິີ້ນຳ, ນຳພາວຽກງານກຳ, ຕີລາຄາ, ຄາດຄະເນສະພາບຢ່າງຖືກຕ້ອງ, ເປັນຕົ້ນແມ່ນສະພາບການໃນທະເລ, ປະຕິບັດໜ້າທີ່ແມ່ນກຳລັງຮັບຜິດຊອບຂອງລັດກ່ຽວກັບການປະຕິບັດກົດໝາຍໃນທະເລໃຫ້ເປັນຢ່າງດີ.
 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top