• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ ໂສມງອັກລິງ ຈະນໍາມາເຊິ່ງມູນຄ່ານັບຕື້ USD ໃນທົດສະວັດຈະມາເຖິງ

      ຕອນເຊົ້າວັນທີ 06 ກັນຍາ, ຢູ່່ນະຄອນ ກອນຕຸມ, ແຂວງກອນຕຸມ ຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມ ລົງທຶນ ແລະ ພັດທະນາ ໂສມງັອກລິງ ແລະ ບັນດາຕົ້ນສະໝຸນໄພ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມ ແລະ ໃຫ້ຄໍາຊີ້ນໍາຕ້ອງມີນະໂຍບາຍ ລົງທຶນ,
ພັດທະນາ ໂສມງັອກລິງ. (ພາບ: VOV)
      ເຫດການດັ່່ງກ່າວ ເພື່ອແນໃສ່ຫັນຄໍາຊີ້ນໍາຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມທົ່ວປະເທດ ກ່ຽວກັບການພັດທະນາຕົ້ນສະໝູນໄພຫວຽດນາມ ເປັນລະອຽດ, ຕາມນັ້ນແລ້ວ, ເມື່ອຕີລາຄາກ່ຽວກັບສະພາບການຕົວຈິງ, ຄວາມສາມາດບົ່ມຊ້ອນ, ການກໍານົດທິດ, ນະໂຍບາຍພັດທະນາ ໂສມງັອກລິງ ແລະ ຕົ້ນສະໜຸນໄພຊະນິດອື່ນ ຂອງຫວຽດນາມ.
        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກເຖິງຄຸນຄ່າທີ່ລໍ້າຄ່າຂອງໂສມງັອກລິງ ນັບທັງຂົງເຂດສາທາລະນະສຸກ, ການຮັກສາສຸຂະພາບ ຕະຫຼອດຮອດ ມູນຄ່າດ້ານເສດຖະກິດ. ພ້ອມທັງເຊື່ອໝັ້ນວ່າ ໂສມງັອກລິງຈະ ແມ່ນຄວາມຫວັງໃໝ່ຂອງຫວຽດນາມໃນຂະແໜງສະໝຸນໄພ ແລະ ອາຫານເສີມ, ທ່ານກ່າວວ່າ:
        ຖ້າຫາກວ່າ ພວກເຮົາ ນໍາໂສມງັອກລິງ ໄປປະສົມກັບບັນດາຕົ້ນສະໝຸນໄພທີ່ມີຢູ່ບັນດາເຂດ, ພາກອື່ນ ຄື ເຫັດລິນຈີພິເສດ, ໂສມຊະນິດຕ່າງໆທີ່ມີຢູ່ພູຮວ່າງລຽນເຊີນ, ຢູ່ແຂວງເງະອານ, ບັນດາຕົ້ນໄມ້ສະໝຸນໄພທີ່ຫາຍາກຢູ່ເຂດໄຕງວຽນ, ເຂດໄຕບັກ ແລະ ເຂດອື່ນໆນັ້ນ ພວກເຮົາສາມາດສ້າງຂະແໜງການສະໝຸນໄພໄດ້ຢ່າງອຸດົມສົມບູນ ແລະ ມີຄວາມສາມາດພຽງພໍ ເພື່ອແກ່ງແຍ້ງຢູ່ໃນພາກພື້ນ ແລະ ທົ່ວໂລກ ໄດ້ຢ່າງແນ່ນອນ”.
        ຄວາມຫວັງຢາກພັດທະນາຂະແໜງປູກຕົ້ນໄມ້ອຸດສາຫະກໍາ ແລະ ປຸງແຕ່ງ ໂສມງັອກລິງ ເພື່ອນໍາມາເຊິ່ງຜົນປະໂຫຍດນັບຕື້ USD ໃນທົດສະວັດຈະມາເຖິງ, ທ່ານນາຍົກລັດຖະມົນຕີຖືວ່າ ຄວນມີບາດກ້າວເດີນຢ່າງເປັນລະບົບ; ສ້າງຍຸດທະສາດ ຫັນຜະລິດຕະພັນ ໂສມ ງັອກລິງ ເປັນຫຼາຍຮູບຫຼາຍແບບ ເພື່ອສົ່ງອອກໄປຍັງບັນດາປະເທດພັດທະນາຄື G7, G20.
        ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ໂສມງັອກລິງ ແມ່ນເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ. ດັ່ງນັ້ນ, ທ່ານ ຈຶ່ງຮຽກຮ້ອງໃຫ້ບາງກະຊວງ, ຂະແໜງການກ່ຽວຂ້ອງ ສະເໜີຍຸດທະສາດກ່ຽວກັບການສ້າງເຄື່ອງໝາຍການຄ້າຂອງໂສມງັອກລິງ ແລະ ມີນະໂຍບາຍບຸລິມະສິດ ເພື່ອສົ່ງເສີມການລົງທຶນ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top