• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກກັບໜັງສືພິມກອງທັບປະຊາຊົນ

ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ, ປະເທດຊາດ ແລະ ກອງທັບນັບມື້ນັບໄດ້ຮັບການປັບປຸງ, ແຂງແຮງກ່ວາ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການເຮັດວຽກ

ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944 – 22/12/2018), ຕອນເຊົ້າວັນທີ 21 ທັນວາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມກັບຄະນະການນຳ, ນັກຂ່າວ, ບັນນາທິການ ແລະ ບັນດາຜູ້ວຽກງານໜັງສືພິມຂອງໜັງສືພິມກອງທັບປະຊາຊົນ. ກ່າວຄຳເຫັນທີ່ການເຮັດວຽກ,  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ, ປະເທດຊາດ ແລະ ກອງທັບນັບມື້ນັບໄດ້ຮັບການປັບປຸງ, ແຂງແຮງກ່ວາ. ພະນັກງານ, ນັກຮົບ, ທົ່ວກອງທັບໄດ້ປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງປະເທດຊາດ; ໃນວິວັດທະນາການນັ້ນ, ໜັງສືພິມກອງທັບປະຊາຊົນ ດ້ວຍຮູບແບບແມ່ນອົງການສື່ມວນຊົນຫຼາຍຮູບແບບ, ໄດ້ມີບັນດາການປະກອບສ່ວນຕັ້ງໜ້າເຂົ້າໃນຜົນງານແຫ່ງການສ້າງສາ, ພັດທະນາປະເທດຊາດ ແລະ ກອງທັບ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        “ໜັງສືພິມກອງທັບປະຊາຊົນແມ່ນຂົວເຊື່ອມຕໍ່, ແມ່ນຊ່ອງຂໍ້ມູນຂ່າວສານທີ່ສຳຄັນ, ມີອິດທິພົນຊື່ສຽງເພື່ອໃຫ້ປະຊາຊົນມີຄວາມເຊື່ອໝັ້ນຕໍ່ພັກ, ລັດ, ກອງທັບ; ພະນັກງານ, ນາຍທະຫານ, ນັກຮົບມີຄວາມເຊື່ອໝັ້ນຕໍ່ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ. ພວກສະຫາຍແມ່ນເພື່ອນມິດບໍ່ພຽງແຕ່ຂອງບັນດານັກຮົບເທົ່ານັ້ນ ຫາກຍັງແມ່ນເພື່ອນຂອງພະນັກງານທຸກຂັ້ນ, ປະຊາຊົນພວກເຮົາອີກດ້ວຍ. ໃນຈຳນວນເຫຼົ່ານັ້ນ, ຂ້າພະເຈົ້າຕີລາຄາສູງພວກສະຫາຍຍາມໃດກໍ່ແມ່ນນັກຂ່າວທີ່ມີອິດທິພົນຊື່ສຽງ, ມີບັນດາບົດຂຽນທີ່ດີ, ດຶງດູດໃຈ,  ເຕັມໄປດ້ວຍການເກ້ຍກ່ອມຈິດໃຈເພື່ອກ່າວປະນາມບັນດາອັດຖິກຳລັງປະຕິການ, ສວຍໂອກາດມ້າງເພທຳລາຍພັກ, ລັດ ແລະ ກອງທັບ.”
 

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top