• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານສະພາສູງສະຫະພັນ ລັດເຊຍ


ທ່ານ​ນາຍົກລັດຖະ​ມົນຕີ ຫງວຽນ​ຊວນ​ຟຸກ ​ໃຫ້ການ​ຕ້ອນຮັບ
​ທ່ານ​ນາງ Valentina Ivanovna Matviyenko
(ພາບ: VGP)

      ວັນ​ທີ 21/02 ຢູ່​ສຳນັກງານ​ລັດຖະບານ ຫວຽດນາມທ່ານ​ນາຍົກລັດຖະ​ມົນຕີ ຫງວຽນ​ຊວນ​ຟຸກ ​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Valentina Ivanovna Matviyenkoປະທານ​ສະພາ​ສູງ​ສະຫະພັນ ລັດ​ເຊຍ ພວມ​ມີ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນທ່ານ​ນາຍົກລັດຖະ​ມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າຫວຽດນາມ ຍາມ​ໃດ​ກໍ່​ໃຫ້​ບຸລິມະສິດ​ ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ​ສະຫະພັນ ລັດ​ເຊຍທ່ານ​ນາຍົກລັດຖະ​ມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ ຝ່າຍ​ສືບ​ຕໍ່​ກົນ​ໄກ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນທ່ານ​ນາຍົກລັດຖະ​ມົນຕີຖື​ວ່າ​ເພື່ອ​ສ້າງ​ບາດກ້າວ​ບຸກທະລຸ ​​ແນ​ໃສ່​ບັນລຸ​ຄາດໝາຍ​ຍົກ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຂຶ້ນ​ເຖິງ 10 ຕື້ USD ​ໃນ​ປີ 2020ບັນດາ​ກະຊວງຂະ​ແໜງການ​ທີ່​ກ່ຽວຂ້ອງ​ຂອງ ຫວຽດນາມ ​ແລະ ສະຫະພັນ ລັດ​ເຊຍ ຄວນ​ສົ​ມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຄົບ​ຊຸດ​ຜັນ​ຂະຫຍາຍ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ ສຳພັນ​ທະ​ມິດ​ເສດຖະກິດ ອາຊີ ​ເອີ​ລົບ ຢ່າງ​ມີ​ປະສິດທິ​ຜົນທ່ານ​ນາຍົກລັດຖະ​ມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື ລັດ​ເຊຍ ​ແມ່ນຄູ່ຮ່ວມ​ມື​ບຸລິມະສິດ​ໃນ​ການ​ຮ່ວມ​ມື​ດ້ານ​​ເຕັກນິກ​ການ​ທະຫານ ​ແລະ ປາດ​ຖະໜາ​ຢາກ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ລັດ​ເຊຍ ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ.
        ສ່ວນ​ທ່ານ​ນາງ Valentina Ivanovna Matviyenko ປະທານ​ສະພາ​ສູງ​ສະຫະພັນ ລັດ​ເຊຍ ສະ​ເໜີ ຝ່າຍ​ສືບ​ຕໍ່​ຂຸດ​ຄົ້ນ​​ບັນດາ​ຄວາມ​ສາມາດ​ບົ່​ມຊ້ອນ​ຂອງ​ແຕ່ລະ​ຝ່າຍຢ່າງ​ແຮງ ​ເພື່ອ​ເສີມ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ນອກ​ນັ້ນ ປະ​ເທດ​ຄວນ​ຮັກສາ ​ແລະ ​ເພີ່ມ​ທະວີ​ການ​ແລ​ກປ່ຽນ​ຄະນະ​ຜູ້​ແທນພິ​ເສດ​ແມ່ນ​ຄະນະ​ຜູ້​ແທນ​ຂັ້ນ​ສູງທ່ານ​ນາງ Matviyenko ຖື​ວ່າ: ຝ່າຍ​ຍູ້​ແຮງ​ການ​ແລກປ່ຽນ​ວັດທະນະທຳການ​ທູດ​ປະຊາຊົນ​ກ່ວາ​ອີກຫັນ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ​ເພື່ອ​ແນ​ໃສ່​ຂຸດ​ຄົ້ນ ​ແລະ ນຳ​ໃຊ້​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ ສຳພັນ​ທະ​ມິດ​ເສດຖະກິດ ອາຊີ ​ເອີ​ລົບ ໃຫ້ມີປະສິດທິຜົນສະຫະພັນ ລັດເຊຍ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຂົງເຂດກັ່ນຕອງນ້ຳມັນອາຍແກັສແມ່ນທ່າແຮງຂອງ ລັດເຊຍ.
 (ແຫຼ່ງຄັດຈາກ VOV)

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top