• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ Sunwah ຮົງກົງ

ຕອນບ່າຍວັນທີ 30 ມີນາ, ໃນຂອບເຂດກອງປະຊຸມສຸດຍອດ GMS-6, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Jonathan Choi, ປະທານກຸ່ມບໍລິສັດ Sunwah ຮົງກົງ(ຈີນ)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ
ທ່ານ Jonathan Choi ປະທານກຸ່ມບໍລິສັດ Sunwah ຮົງກົງ (ພາບ:VOV)
 

ນະທີ່ນີ້,  ທ່ານ Jonathan Choi ໄດ້ສະແດງຄວາມປາດຖະໜາຢາກລົງທຶນເຂົ້າໃນຂົງເຂດຜະລິດເຫຼັກກ້າຢູ່ຫວຽດນາມດ້ວຍເຕັກໂນໂລຢີທັນສະໄໝ, ເປັນມິດກັບສິ່ງແວດລ້ອມ ຫຼືຊຸກຍູ້ການຮ່ວມມືໃນຂົງເຂດການສຶກສາ, ພະລັງງານແສງຕາເວັນ ແລະ ການໂຄສະນາການທ່ອງທ່ຽວ.

        ໂດຍມີການພົວພັນກັບວິສາຫະກິດຫຼາຍແຫ່ງຂອງຍີ່ປຸ່ນ, ທ່ານ Jonathan Choi ໃຫ້ຮູ້ວ່າ ຄາດວ່າຈະນຳ ວິສາຫະກິດຫຼາຍແຫ່ງຂອງຍີ່ປຸ່ນເຂົ້າມາຫວຽດນາມຜ່ານການສ້າງຕັ້ງກອງທຶນລົງທຶນ ດ້ວຍຈຳນວນທຶນເບື້ອງຕົ້ນແມ່ນ 200 ລ້ານ ໂດລາສະຫະລັດ.

        ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກແລ້ວ, ກໍປາດຖະໜາວ່າ ກຸ່ມບໍລິສັດ Sunwah ຈະສືບຕໍ່ເປີດກວ້າງການລົງທຶນດຳເນີນທຸລະກິດເຂົ້າໃນຂົງເຂດທີ່ວິສາຫະກິດມີທ່າແຮງ ແລະ ໝູນໃຊ້ບັນດາເຕັກໂນໂລຢີ, ເຕັກນິກທີ່ກ້າວໜ້າເຂົ້າໃນໄລຍະປະຕິບັດໂຄງການ. ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ລັດຖະບານຫວຽດນາມຈະສືບຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ກຸ່ມບໍລິສັດ Sunwah ເຄື່ອນໄຫວລົງທຶນ ແລະດຳເນີນທຸລະກິດຢູ່ຫວຽດນາມ.

(ແຫຼ່ງຄັດຈາກ VOV)


ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top