• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບປະທານກຸ່ມບໍລິສັດ Formula One

ຕອນບ່າຍວັນທີ 7 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ໄດ້ຕ້ອນຮັບທ່ານ Chase Carey, ປະທານ ທັງເປັນຜູ້ອຳນວຍການຝ່າຍບໍລິຫານ ກຸ່ມບໍລິສັດ Formula One ທີ່ເດີນທາງມາຫວຽດນາມ ເພື່ອເຂົ້າຮ່ວມພິທີປະກາດເຈົ້າພາບຈັດຕັ້ງການແຂ່ງລົດ F1 ຢູ່ຮ່າໂນ້ຍ ໃນປີ 2020.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບປະທານກຸ່ມບໍລິສັດ Formula One
  (ພາບ:VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ງານແຂ່ງລົດ F1 ແມ່ນເຫດການກິລາສາກົນທີ່ມີຊື່ສຽງ, ດຶງດູດຄວາມສົນໃຈຕິດຕາມຈາກແຟນຄັບໃນທົ່ວໂລກ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ນີ້ແມ່ນເຫດການສຳຄັນບໍ່ພຽງແຕ່ສຳລັບຂົງເຂດກິລາເທົ່ານັ້ນ ແຕ່ຫາກຍັງລວມທັງດ້ານວັດທະນະທຳ, ສັງຄົມ, ການທ່ອງທ່ຽວນຳອີກ, ເຊິ່ງປະກອບສ່ວນເຂົ້າໃນການພັດທະນາຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ລັດຖະບານ ຫວຽດນາມ ສະໜັບສະໜູນ, ພ້ອມແລ້ວທີ່ຈະໜູນຊ່ວຍບັນດາເງື່ອນໄຂອັນຈຳເປັນ ເພື່ອໃຫ້ກຸ່ມບໍລິສັດ  Formula One ຜັນຂະຫຍາຍໂຄງການຮ່ວມມືກັບນະຄອນ ຮ່າໂນ້ຍ ໃຫ້ປະສົບຜົນສຳເລັດ; ຜ່ານນັ້ນ ຢັ້ງຢືນຖານະບົດບາດ, ກຳລັງຄວາມສາມາດຂອງ ຫວຽດນາມ ໃນການຈັດຕັ້ງບັນດາເຫດການກິລາໃຫຍ່ອື່ນໆ ຢູ່ລະດັບໂລກໃນໄລຍະຈະມາເຖິງ.

ໂດຍຂອບໃຈຕໍ່ການສະຫຼະເວລາຕ້ອນຮັບຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ, ທ່ານ Chase Carey ສະແດງຄວາມປາຖະໜາ ຈະ ຈັດຕັ້ງ ບໍ່ພຽງແຕ່ການແຂ່ງລົດເທົ່ນນັ້ນ ແຕ່ຫາກແມ່ນບັນດາເຫດການເພື່ອຮັບໃຊ້ມວນຊົນຮ່າໂນ້ຍ ແລະ ທົ່ວປະເທດ ຫວຽດນາມອີກດ້ວຍ. ທ່ານ Chase Carey ກໍ່ຖືວ່າ ຜ່ານເຫດການນີ້, ສາກົນຈະຮູ້ຈັກ ຫວຽດນາມ ຫຼາຍຂຶ້ນອີກ ແລະ ໃຫ້ຮູ້ວ່າ ໄດ້ມີຫຼາຍຄູ່ຮ່ວມມືຂອງ ກຸ່ມບໍລິສັດທີ່ໃຫ້ຄວາມສົນໃຈກັບງານແຂ່ງຂັນນີ້.

(ແຫຼ່ງຄັດຈາກ VOV)


ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top