• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ພົບປະ 2 ຝ່າຍກັບນາຍົກລັດຖະມົນຕີ ກຳປູເຈຍ, ມາເລເຊຍ, ສິງກະໂປ

      ຕອນບ່າຍວັນທີ 24 ເມສາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມການຳ ອາຊຽນ ຢູ່ ຈາກາກຕາ, ອິນໂດເນເຊຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ໄດ້ມີການພົບປະ 2 ຝ່າຍກັບນາຍົກລັດຖະມົນຕີບັນດາປະເທດ: ສິງກະໂປ, ມາເລເຊຍ ແລະ ກຳປູເຈຍ.
ທ່ານ ຟ້າມມີງຈິ໊ງ ແລະ ທ່ານ Hun Sen
      ທີ່ການພົບປະລະຫວ່າງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen, 2 ຝ່າຍໄດ້ຢັ້ງຢືນວ່າ ຫວຽດນາມ ແລະ ກຳປູເຈຍ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດແຖວໜ້າໃຫ້ແກ່ການປັບປຸງ ແລະ ພັດທະນາການພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມຸນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.
ການພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ
      ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ສິງກະໂປ; 2 ປະເທດຄວນສືບຕໍ່ນຳການພົວພັນຮ່ວມມືຂຶ້ນສູ່ລະດັບສູງໃໝ່.
            ແລະກໍ່ໃນວັນດຽວກັນ, ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Muhiyiddin Yassin, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ໄດ້ຢັ້ງຢືນວ່າ ຈະປັບປຸງ, ພັດທະນາການພົວພັນຮ່ວມມືກັບ ມາເລເຊຍ ຢ່າງບໍ່ຢຸດຢັ້ງ ນັບທັງໃນຂອບເຂດ 2 ຝ່າຍ ແລະ ຫລາຍ
ການພົບປະກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Muhiyiddin Yassin
      ແລະກໍ່ໃນຕອບບ່າຍວັນທີ 24 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ໄດ້ພົບປະກັບທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi, ຫົວໜ້າບັນດາຄະນະຜູ້ແທນ ລາວ, ໄທ, ຟີລິບປີນ, ມຽນມາ…
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top