• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມຊຸກຍູ້ບັນດາໂຄງການເສັ້ນທາງລົດໄຟ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ຜັນຂະຫຍາຍມາດຕະການຊຸກຍູ້ໂຄງການເສັ້ນທາງລົດໄຟມາດຖານ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ໂດຍໄວ ເພື່ອເລີ່ມລົງມືກໍ່ສ້າງໃຫ້ຖືກຕາມແຜນການໃນວັນທີ 19 ທັນວາ ທີ່ຈະມາເຖິງ
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ)

ຕອນເຊົ້າວັນທີ 23 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ຫົວໜ້າຄະນະຊີ້ນຳບັນດາກິດຈະກຳຈຸດສຸມ, ໂຄງການສຳຄັນແຫ່ງຊາດຂົງເຂດທາງລົດໄຟ (ຄະນະຊີ້ນຳ) ເປັນປະທານວາລະປະຊຸມຄັ້ງທີ 4 ຂອງຄະນະຊີ້ນຳໂດຍເຊື່ອມຕໍ່ທາງໄກກັບ 18 ແຂວງ, ນະຄອນທີ່ມີໂຄງການເສັ້ນທາງລົດໄຟໄປຜ່ານ.

        ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ຜັນຂະຫຍາຍມາດຕະການຊຸກຍູ້ໂຄງການເສັ້ນທາງລົດໄຟມາດຖານ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ໂດຍໄວ ເພື່ອເລີ່ມລົງມືກໍ່ສ້າງໃຫ້ຖືກຕາມແຜນການໃນວັນທີ 19 ທັນວາ ທີ່ຈະມາເຖິງ; ກວດກາຕີລາຄືນຄາວຽກງານບຸກເບີກໜ້າພຽງເສັ້ນທາງລົດໄຟຄວາມໄວສູງເໜືອ - ໃຕ້ ຢູ່ບັນດາທ້ອງຖິ່ນ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ:

        “ຊຸກຍູ້ໂຄງການເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ເພື່ອເລີ່ມລົງມືກໍ່ສ້າງໄລຍະ 1 ໃນວັນທີ 19 ທັນວາ. ກວດກາຄືນ, ດຳເນີນການຜັນຂະຫຍາຍບຸກເບີກໜ້າພຽງເສັ້ນທາງລົດໄຟຄວາມໄວສູງເໜືອ - ໃຕ້. ຕາມມະຕິຂອງສະພາແຫ່ງຊາດແລ້ວ ຂອດບຸກເບີກໜ້າພຽງແມ່ນທ້ອງຖິ່ນຕ້ອງປະຕິບັດ. ການບຸກເບີກໜ້າພຽງກ່ອນໄປບາດໜຶ່ງແມ່ນບັນດານັກລົງທຶນ, ການລົງທຶນຂອງລັດຈະມີຄວາມສະດວກເພື່ອເປັນເຈົ້າການຜັນຂະຫຍາຍ”.

(ແຫຼ່ງຄັດຈາກ VOV)

ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2026 ຈະຈັດຂຶ້ນໃນເດືອນ ກໍລະກົດ

ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2026 ຈະຈັດຂຶ້ນໃນເດືອນ ກໍລະກົດ

ແຕ່ວັນທີ 16 – 20 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ລາວ ຈະຈັດງານຕະຫຼາດນັດ ຫວຽດນາມ - ລາວ 2026 (VIETLAO EXPO 2026).

Top