• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ຄັ້ງທີ 8

ນັກທຸລະກິດໜຸ່ມ ຫວຽດນາມ ຕ້ອງເສີມຂະຫຍາຍກຳລັງຂອງລຸ້ນໜຸ່ມ, ມີຄວາມຈຸດຈິດສຸດໃຈ, ນ້ຳໃຈຮັກສາ, ມູນເຊື້ອຂອງຊາດ ແລະ ນຳໜ້າໃນສັງກາດໃໝ່.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ)

ຕອນເຊົ້າວັນທີ 27 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ຄັ້ງທີ 8 ສະໄໝ 2025 – 2030.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ: ນັກທຸລະກິດໜຸ່ມ ຫວຽດນາມ ຕ້ອງເສີມຂະຫຍາຍກຳລັງຂອງລຸ້ນໜຸ່ມ, ມີຄວາມສຸດຈິດສຸດໃຈ, ນ້ຳໃຈຮັກສາ, ມູນເຊື້ອຂອງຊາດ ແລະ ນຳໜ້າໃນສັງກາດໃໝ່.

        “ພວກເຮົາຕ້ອງເປີດກວ້າງຂົງເຂດພັດທະນາປະເທດຊາດຂຶ້ນອາວະກາດ, ອອກສູ່ທະເລ ແລະ ເຂົ້າເລິກໃນພື້ນດິນ. ທຸກສິ່ງດັ່ງກ່າວຮຽກຮ້ອງໃຫ້ພວກເຮົາຕ້ອງມີພູມປັນຍາ, ມີວິທະຍາສາດ, ນະວັດຕະກຳ ແລະ ກ້າຄິດກ້າທຳ, ຖືຄວາມຮູ້ເປັນສຳຄັນ, ປະຢັດເວລາ ແລະ ມີການຕັດສິນໃຈທີ່ຖືກຈຸດ, ຖືກເວລາ”.

        ກ່ຽວກັບທິດທາງໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ນັກທຸລະກິດໜຸ່ມ ນຳໜ້າໃນການ startup, ນະວັດຕະກຳ, ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ນຳໃຊ້ປັນຍາປະດິດ… ເຂົ້າໃນການຜະລິດ, ດຳເນີນທຸລະກິດ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານວາລະປະຊຸມຄັ້ງທີ 15 ສະພາແຂ່ງຂັນຍ້ອງຍໍສູນກາງ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານວາລະປະຊຸມຄັ້ງທີ 15 ສະພາແຂ່ງຂັນຍ້ອງຍໍສູນກາງ

ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ ແຕ່ໃນອາຍຸການນີ້ກໍ່ມີເງື່ອນໄຂເພື່ອພົບເຫັນບັນດາໝູ່ຄະນະ, ສ່ວນບຸກຄົນດີເດັ່ນ, ພິເສດແມ່ນໃນໄລຍະເກີດພະຍາດໂຄວິດ -19.

Top