• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮັບແຕ່່ງຕັ້ງເປັນຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ຮຽກຮ້ອງຕ້ອງຮີບເຮັ່ງສຸມໃສ່ຜັນຂະຫຍາຍຍຸດທະສາດວັກຊີນ, ດຳເນີິນການສັກວັກຊິນຢູ່ບັນດາບໍລິເວນຈຸດສຸມເຊິ່ງໂລກລະບາດພວມແຜ່ລະບາດຢ່າງຮ້າຍແຮງຄືຢູ່ບາງແຂວງທາງພາກໃຕ້.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ. (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮັບແຕ່ງຕັ້ງເປັນຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາທີ່ກອງປະຊຸມການນຳຫຼັກແຫຼ່ງຮັບຟັງລັດຖະບານລາຍງານກ່ຽວກັບສະພາບການໂລກລະບາດ ແລະ ວຽກງານຜັນຂະຫຍາຍບັນດາມາດຕະການຮີບດ່ວນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້ ຫວຽດນາມ ໃນວັນທີ 24 ສິງຫາ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ຕາມນັ້ນແລ້ວ, ນາຍົກລັດຖະມົນຕີຊີ້ນຳໂດຍກົງ, ບໍລິຫານລວມສູນ, ເປັນເອກະພາບຈາກຂັ້ນສູນກາງລົງຮອດທ້ອງຖິ່ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການລະດົມທຸກແຫຼ່ງກຳລັງ, ມາດຕະການຢ່າງໄວ ແລະ ມີປະສິດທິຜົນທີ່ສຸດ ເພື່ອສະກັດກັ້ນການແຜ່ລະບາດ, ຄວບຄຸມໂລກລະບາດໃນຂອບເຂດທົ່ວປະເທດໂດຍໄວ.

        ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ:

        “ໃນໄລຍະຈະມາເຖິງຕ້ອງສືບຕໍ່ປະຕິບັດດ້ວຍຈິດໃຈຢ່າງຂ້ຽວຂາດກວ່າອີກ. ດີທີ່ສຸດແມ່ນຕ້ອງບັນລຸປະສິດທິຜົນ, ແຕ່ກໍ່ຕ້ອງຍ້ອງຍໍຊົມເຊີຍບັນດາເຂດທີ່ໄດ້ປະຕິບັດເປັນຢ່າງດີ ຍ້ອນຢູ່ຫຼາຍແຫ່ງມີຜູ້ໄດ້ເສຍສະຫຼະລືນເນື້ອລືນຕົວ ຫ່າງໄກຈາກຄອບຄົວ. ສິ່ງຫຍຸ້ງຍາກທີ່ສຸດແມ່ນ ປະຈຸບັນຕ້ອງມານະພະຍາຍາມເປັນເຈົ້າການຄາດຄະເນສະພາບການ ແລະ ວາງອອກແຜນການເພື່ອຮັບມື, ຄະນະຊີ້ນຳຕ້ອງມີແຜນການຢ່າງລະອຽດ, ແໜ້ນແຟ້ນ, ຈັດແບ່ງວຽກງານຢ່າງຈະແຈ້ງຖືກຕ້ອງຕາມບົດບາດ”.

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ຮຽກຮ້ອງຕ້ອງຮີບເຮັ່ງສຸມໃສ່ຜັນຂະຫຍາຍຍຸດທະສາດວັກຊີນ, ດຳເນີິນການສັກວັກຊິນຢູ່ບັນດາບໍລິເວນຈຸດສຸມເຊິ່ງໂລກລະບາດພວມແຜ່ລະບາດຢ່າງຮ້າຍແຮງຄືຢູ່ບາງແຂວງທາງພາກໃຕ້. ພ້ອມກັນນັ້ນ, ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ບໍ່ປະໃຫ້ຖືກຕົກເຂົ້າໃນທ່າຮັບ, ບັງເອີນ; ບໍ່ປະໃຫ້ບັນດາອິດທິກຳລັງທີ່ເປັນປໍລະປັກ, ປະຕິການຍູ້ແຍ່ແກ່ດຶງຫວັງມ້າງທຳລາຍພັກ, ລັດ, ກີດຂວາງວຽກງານປ້ອງກັນ, ຕ້ານໂລກລະບາດ. ສຸມແຫຼ່ງກຳລັງເພື່ອເບິ່ງແຍງດູແລສຸຂະພາບ, ປົກປ້ອງຊີວິດອິນຊີໃຫ້ແກ່ປະຊາຊົນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top