ວັນທີ 10 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກັບໜ່ວຍຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ປຶກສາຫາລືບັນດາມາດຕະການແກ້ໄຂເພື່ອຮັບປະກັນແຫຼ່ງສະໜອງພະລັງງານ, ຮັກສາລາຄານ້ຳມັນໃຫ້ເປັນປົກກະຕິ.
ທີ່ກອງປະຊຸມ, ໜ່ວຍປະຕິບັດງານຄວາມໝັ້ນຄົງດ້ານພະລັງງານ ໄດ້ຍົກອອກແຜນການຮັກສາຄວາມເປັນປົກກະຕິ ແລະ ຄວບຄຸມສະພາບນ້ຳມັນໃນເດືອນ ມີນາ, ກະກຽມແຜນການໃຫ້ແກ່ຊຸມເດືອນຕໍ່ໄປ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ຫັນແຫຼ່ງສະໜອງນ້ຳມັນດິບເປັນຫຼາຍຮູບຫຼາຍແບບ; ຜັນຂະຫຍາຍໝາກຜົນການໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີບັນດາປະເທດເຂດອ່າວ ທີ່ຫາກໍ່ຜ່ານມາ ເພື່ອເພີ່ມແຫຼ່ງສະໜອງ, ຮັບປະກັນນ້ຳມັນຈາກແຫຼ່ງນຳເຂົ້າ 30%, ພ້ອມກັນນັ້ນ, ກໍ່ປຸກລະດົມຂະບວນການປະຢັດພະລັງງານ, ນຳໃຊ້ພະລັງງານສີຂຽວ, ຫຼຸດຜ່ອນການປ່ອຍອາຍພິດ.
“ປຸກລະດົມຂະບວນການປະຢັດພະລັງງງານ ແລະ ນຳໃຊ້ພະລັງງານສີຂຽວ, ຫຼຸດຜ່ອນການປ່ອຍອາຍພິດ. ຍູ້ແຮງການໂຄສະນາໃຫ້ຊາວ ຫວຽດນາມ ນຳໃຊ້ສິນຄ້າ ຫວຽດນາມ, ສົ່ງເສີມການຫັນໄປສູ່ການນຳໃຊ້ພາຫະນະຄົມມະນາຄົມໄຟຟ້າ ແລະ ເຊື້ອເພີງສະອາດ. ທັງແມ່ນຂະບວນການປະຢັດພະລັງງານ ແຕ່ກໍ່ທັງແມ່ນການຫັນປ່ຽນພະລັງງານ; ສົ່ງເສີມການນຳໃຊ້ພາຫະນະຄົມມະນາຄົມສາທາລະນະ”.








