• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ຊຸກຍູ້ການຮ່ວມມື 2 ຝ່າຍ, ຫຼາຍຝ່າຍ, ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກຢ່າງມີປະສິດທິຜົນ

ທ່ານນາຍົກລັດຖະມົນຕີ ຟ້າມິນຈິງ ໄດ້ເນັ້ນໜັກເຖິງການປັບປຸງ, ເພີ່ມທະວີບົດບາດຂອງສະຫະປະຊາຊາດ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງທຸກໆປະເທດ ພ້ອມກັນຮ່ວມແຮງຮ່ວມໃຈແກ້ໄຂຄວາມຫຍຸ້ງຍາກ, ຜ່ານຜ່າສິ່ງທ້າທາຍ.
ທ່ານນາຍົກລັດຖະມົນຕີ ຟ້າມິນຈິງ ກ່າວຄຳເຫັນທີ່ວາລະປຶກສາຫາລືລວມ (ພາບ: TTXVN)

ຕອນບ່າຍວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ທີ່ວາລະປຶກສາຫາລືລວມຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 78, ຢູ່ນະຄອນ ນິວຢອກ, ປະເທດ ອາເມລິກາ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ມີບົດກ່າວປາໄສດ້ວຍຫົວຂໍ້ “ພ້ອມກັນມານະພະຍາຍາມເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈ, ສະແດງໃຫ້ເຫັນຄວາມຈິງໃຈ, ເພີ່ມທະວີຄວາມສາມັກຄີ, ຊຸກຍູ້ການຮ່ວມມື 2 ຝ່າຍ, ຫຼາຍຝ່າຍ, ຮັບມືກັບບັນດາສິ່ງທ້າທາຍມີລັກສະນະທົ່ວໂລກຢ່າງມີປະສິດທິຜົນ, ທົ່ວປວງຊົນ, ຊຸກຍູ້ການພັດທະນາແບບຍືນຍົງ, ຖືປະຊາຊົນເປັນໃຈກາງ, ເປັນເຈົ້າກຳ, ແມ່ນເປົ້າໝາຍ, ແມ່ນກຳລັງໜູນ ແລະ ແມ່ນແຫຼ່ງກຳລັງຂອງການພັດທະນາ”.    

ໃນບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມິນຈິງ ໄດ້ເນັ້ນໜັກເຖິງການປັບປຸງ, ເພີ່ມທະວີບົດບາດຂອງສະຫະປະຊາຊາດ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງທຸກໆປະເທດ ພ້ອມກັນຮ່ວມແຮງຮ່ວມໃຈແກ້ໄຂຄວາມຫຍຸ້ງຍາກ, ຜ່ານຜ່າສິ່ງທ້າທາຍ, ຊຸກຍູ້ສັນຕິພາບ, ການຮ່ວມມື ແລະ ການພັດທະນາຢ່າງວັດທະນາຖາວອນໃນທົ່ວໂລກ.      

“ຂ້າພະເຈົ້າຖືວ່າ, ເພື່ອຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ ຕ້ອງມີບັນດາມາດຕະການແກ້ໄຂທົ່ວໂລກ; ພ້ອມກັນນັ້ນ, ບັນດາບັນຫາດັ່ງກ່າວກໍ່ໄດ້ສົ່ງຜົນກະທົບເຖິງທຸກໆປະເທດ, ສະນັ້ນຕ້ອງມີວິທີສຳຜັດທົ່ວປວງຊົນ, ສັງລວມ, ຮອບດ້ານ ແລະ ກວມລວມ. ຖືເອົາຄວາມຈິງໃຈ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດເປັນປະຖົມປັດໄຈ, ຍົກລະດັບຄວາມຮັບຜິດຊອບຂອງບັນດາປະເທດເປັນພື້ນຖານ. ຄວາມຮັບຜິດຊອບແມ່ນການປະຕິບັດຕາມບັນດາຄຳໝັ້ນສັນຍາສາກົນ, ກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ. ໃນນັ້ນ, ບັນດາປະເທດໃຫຍ່ໄດ້ສວມບົດບາດສຳຄັນຍິ່ງ, ນຳໜ້າໃນການເພີ່ມພູນຄູນສ້າງຄວາມໄວ້ເນື້ອເຊື່ອໃຈ, ແຜ່ຂະຫຍາຍຄວາມຈິງໃຈ ແລະ ນ້ຳໃຈຄວາມຮັບຜິດຊອບ, ພ້ອມທັງຕ້ອງໃຫ້ຄຳໝັ້ນສັນຍາຢ່າງແຮງ, ໜູນຊ່ວຍຢ່າງຮອບດ້ານໃຫ້ແກ່ການພັດທະນາທົ່ວໂລກໃຫ້ຫຼາຍກວ່າອີກ.”

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top