• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ທ່ານນາຍົກລັດຖະມົນຕີ ລາວ ໄດ້ເປັນປະທານຮ່ວມພິທີປິດ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ”

ຕອນເຊົ້າວັນທີ 11 ມັງກອນ 2023, ໃນຂອບເຂດການເຮັດວຽກຢູ່ ສປປ ລາວ, ພາຍຫຼັງການເຈລະຈາຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສອນໄຊ ສີພັນດອນ ໄດ້ເປັນປະທານຮ່ວມກອງປະຊຸມຖະແຫຼງຂ່າວກ່ຽວກັບໝາກຜົນການເຈລະຈາ ແລະ ພິທີປິດ “ປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ”. ເຂົ້າຮ່ວມພິທີມີການນຳຂອງພັກ, ລັດ; ການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ ຫວຽດນາມ - ລາວ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ເຂົ້າຮ່ວມພິທີປິດ ປີສາມັກຄີມິດຕະພາບ 2022 ຫວຽດນາມ - ລາວ, ລາວ - ຫວຽດນາມ. ພາບ: ເຢືອງຢາງ/VNA  

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ໃຫ້ຮູ້ວ່າ: ໃນບັນຍາກາດເບີກບານມ່ວນຊື່ນຂອງ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022”, ທ່ານນາຍົກລັດຖະມົນຕີທັງສອງ ໄດ້ມີການພົບປະເຈລະຈາ ທີ່ເປັນມິດ, ມີປະສິດທິຜົນ ແລະ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ. ສອງຝ່າຍຍິນດີເຫັນວ່າ, ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ລັດ ແລະ ປະຊາຊົນສອງປະເທດໃນໄລຍະຜ່ານມາໄດ້ຮັດແໜ້ນ, ເລິກເຊິ່ງ ແລະ ມີປະສິດທິຜົນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ປະກາດບົດສະຫຼຸບ “ປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022”; ພ້ອມກັນອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ຂຽວສົດງົດງາມຕະຫຼອດໄປ.

 

ປະຕິບັດ: VNA/VNP

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕອນເຊົ້າວັນທີ 15 ທັນວາ, ຢູ່ແຂວງ ແທັງຮວ໊າ, ຄະນະປະຈຳຄະນະພັກກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ສົມທົບກັບຄະນະປະຈຳພັກແຂວງ ແທັງຮວ໊າ ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສົມທົບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄລຍະ 2025 – 2030.

Top