• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບລັດຖະມົນຕີເສດຖະກິດ ແລະ ແຜນການ ຊາອຸດິ ອາຣັບບີ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເຫນີໃຫ້ສອງຝ່າຍ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາປະເພດສິນຄ້າທີ່ມີທ່າແຮງຂອງສອງປະເທດໄດ້ແຊກຊຶມເຂົ້າຕະຫລາດຂອງແຕ່ລະປະເທດ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Faisal Al-Ibrahim ລັດຖະມົນຕີເສດຖະກິດ ແລະ ແຜນການ ຊາອຸດິ ອາຣັບບີ . ພາບ: TTXVN

ວັນທີ 19 ຕຸລາ, ຢູ່ ນະຄອນຫລວງ Riyadh, ໂດຍສືບຕໍ່ການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ຊາອຸດິ ອາຣັບບີ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ສະພາຮ່ວມມືເຂດອ່າວ (GCC), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Faisal Al-Ibrahim ລັດຖະມົນຕີເສດຖະກິດ ແລະ ແຜນການ ຊາອຸດິ ອາຣັບບີ ແລະ ທ່ານ Ahmed Al-Rajhi ລັດຖະມົນຕີກະຊວງແຫລ່ງຊັບພະຍາກອນມະນຸດ ແລະ ພັດທະນາສັງຄົມ ຊາອຸດິ ອາຣັບບີ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເຫນີໃຫ້ສອງຝ່າຍ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາປະເພດສິນຄ້າທີ່ມີທ່າແຮງຂອງສອງປະເທດໄດ້ແຊກຊຶມເຂົ້າຕະຫລາດຂອງແຕ່ລະປະເທດ, ສົມທົບກັນປຶກສາຫາລືແກ້ໄຂຂໍ້ຕິດຄັດໃນການສົ່ງອອກສິນໃນນ້ຳຂອງຫວຽດນາມ ໄປຍັງ ຊາອຸດິ ອາຣັບບີ; ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະແລກປ່ຽນ ປະຊາຊົນ, ວັດທະນະທຳ, ແບ່ງປັນບົດຮຽນປະສົບການ ຍູ້ແຮງການເຊື່ອມຕໍ່ຄົມມະນາຄົມ, ການບິນ.

 ທ່ານ Faisal Al-Ibrahim ລັດຖະມົນຕີເສດຖະກິດ ແລະ ແຜນການ ຊາອຸດິ ອາຣັບບີ ຕີລາຄາສູງຜົນງານຂອງລັດຖະບານ ຫວຽດນາມ ໃນການບໍລິຫານ ແລະ ພັດທະນາເສດຖະກິດ, ຢັ້ງຢືນ ຈະສົມທົບກັນຢ່າງແຫນ້ນແຟ້ນກັບບັນດາກະຊວງ, ຂະແຫນງການຂອງຫວຽດນາມ ໃນກົນໄກຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ຊາອຸດິ ອາຣັບບີ ໃນໄລຍະຈະມາເຖິງເພື່ອເຮັດໃຫ້ການພົວພັນຮ່ວມມືເສດຖະກິດ ກັບຫວຽດນາມ ເລິກເຊິ່ງຂຶ້ນຕື່ມ ພິເສດແມ່ນການຄ້າການລົງທຶນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top