ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນຫນັກ: ເລື່ອງງຜັນຂະຫຍາຍການສ້າງ ແລະປັບປຸງສຳເລັດການວາງແຜນຜັງເຂດທົ່ງພຽງແມ່ນ້ຳແດງໃນຊ່ວງເວລານີ້ ແມ່ນມີຄວາມສະດວກຫລາຍຢ່າງ ເພື່ອຫັນວິໄສທັດ, ທັດສະນະ, ຄາດໝາຍທີ່ໄດ້ກຳນົດໃນມະຕິພັດທະນາເສດຖະກິດ ແລະການວາງແຜນຜັງລະດັບຊາດເຂົ້າເຂດນີ້ເປັນລະອຽດ. ທ່ານນາຍົກລັດຖະມົນຕີ ສະເຫນີໃຫ້ບັນດາຜູ້ແທນປຶກສາຫາລື, ປະກອບຄຳເຫັນໃສ່ເນື້ອໃນວາງແຜນຜັງ ດ້ວຍເປົ້າໝາຍຂຸດຄົ້ນ, ເສີມຂະຫຍາຍຢ່າງສູງສຸດຄວາມສາມາດບົ່ມຊ້ອນທີ່ແຕກຕ່າງ, ກາລະໂອກາດພົ້ນເດັ່ນ, ທ່າໄດ້ປຽບດ້ານແກ້ງແຍ່ງ ພ້ອມທັງແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຈຳກັດຜ່ານຜ່າສິ່ງທ້າທາຍເພື່ອໃຫ້ເຂດພັດທະນາວ່ອງໄວ ແລະ ໝັ້ນຄົງ.